ສ​ປ​ປ.ເກົາ​ຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີຫຼາຍ​ລູກ​ອອກ​ທະ​ເລ

(VOVWORLD) - ຕອນເຊົ້າວັນທີ 24 ມັງກອນ, ສະພາເສນາທິການທະຫານປະສົມ ສ.ເກົາຫຼີ ໃຫ້ຮູ້ວ່າ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີຫຼາຍລູກອອກສູ່ທະເລເຫຼືອງ ໃນເວລາ 7 ໂມງຕອນເຊົ້າວັນທີ 24 ມັງກອນ ຕາມເວລາທ້ອງຖິ່ນ.
ສ​ປ​ປ.ເກົາ​ຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີຫຼາຍ​ລູກ​ອອກ​ທະ​ເລ - ảnh 1ການຍິງລູກສອນໄຟ ໃນວັນທີ 15 ມັງກອນ ຂອງ ສປປ. ເກົາຫຼີ  (ພາບ:KCNA)

ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ພວມຕິດຕາມເຫດຍິງລູກສອນໄຟນີ້ຢ່າງໃກ້ຊິດ, ພ້ອມທັງເພີ່ມທະວີສະຕິລະວັງຕົວຕໍ່ບັນດາການກະທຳຂອງ ສປປ.ເກົາຫຼີ. ຄາດວ່າ, ກອງທັບ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຈະດຳເນີນການວິເຄາະລາຍລະອຽດເຫດຍິງລູກສອນໄຟນີ້, ລູກສອນໄຟໄລຍະໄກ ແລະ ວົງຈອນບິນ; ກໍຄືມີປະຕິກິລິຍາຕອບກັບ. ນີ້ແມ່ນເຫດຍິງລູກສອນໄຟນຳວິຖີຫຼ້າສຸດຂອງ ສປປ.ເກົາຫຼີ ນັບແຕ່ເດືອນ ກັນຍາ 2023 ມາຮອດປັດຈຸບັນ.

        ກ່ອນໜ້ານັ້ນ 2 – 3 ຊົ່ວໂມງ, ອາເມລິກາ ຖະແຫຼງວ່າ ຈະຮັກສາທ່າປ້ອງກັນຕົວ “ທີ່ເໝາະສົມ” ຕໍ່ບັນດາໄພນາບຂູ່ດ້ວຍລູກສອນໄຟທີ່ນັບມື້ນັບເພີ່ມຂຶ້ນຈາກ ສປປ.ເກົາຫຼີ. ທ່ານໂຄສົກສະພາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ, John Kirby  ກໍຢ້ຳຄືນບັນດາຄວາມວິຕົກກັງວົນຂອງ ອາເມລິກາ ແລະ ສຳພັນທະມິດ ຕໍ່ການຮ່ວມມືທີ່ນັບມື້ນັບເລິກເຊິ່ງກວ້າງຂວາງ ລະຫວ່າງ ລັດເຊຍ ແລະ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ