ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ສັ້ນ 2 ລູກ

(VOVWORLD) -ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກໄປເຂດທະເລທາງທິດຕາເວັນອອກຂອງປະເທດນີ້. 
ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ສັ້ນ 2 ລູກ - ảnh 1ປະຊາຊົນຕິດຕາມຂ່າວຜ່ານໂທລະທັດ (ພາບ: AFP/TTXVN)

ວັນທີ 6 ຕຸລາ, ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ 2 ລູກໄປເຂດທະເລທາງທິດຕາເວັນອອກຂອງປະເທດນີ້. ການຍິງລູກສອນໄຟຄັ້ງນີ້ ໄດ້ປະຕິບັດພາຍຫຼັງ 1 ວັນທີ່ ອາເມລິກາ ຈັດສົ່ງກ່ຳປັ່ນເດີ່ນບິນ ດ້ວຍການໃຊ້ພະລັງງານນິວເຄຼຍ ເຂົ້າໄປຍັງເຂດທະເລທາງທິດຕາເວັນອອກຂອງແຫຼມ ເກົາຫຼີ.

ຕາມແຈ້ງການຂອງສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ (JCS) ແລ້ວ, ເຫດຍິງລູກສອນໄຟນີ້ໄດ້ປະຕິບັດຢູ່ເຂດ Samsok ຂອງ ພຽງຢາງ ໃນຊ່ວງເວລາ 6 ໂມງເຊົ້າ, ແຕ່ບໍ່ໃຫ້ຮູ້ຂໍ້ມູນລະອຽດຕື່ມອີກ. JCS ກໍໃຫ້ຮູ້ວ່າ ພວມເພີ່ມທະວີການຕິດຕາມທຸກການຜັນແປຢ່າງໃກ້ຊິດ ແລະ ກອງທັບປະເທດນີ້ກໍພວມຮັກສາທ່າທີກຽມພ້ອມຮ່ວມມືກັບ ອາເມລິກາ ໃຫ້ແໜ້ນແຟ້ນຂຶ້ນຕື່ມ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ