ສປປ.ເກົາຫຼີ ຍິງລູກສອນໄຟໄລຍະສັ້ນ 4 ລູກ

ສປປ.ເກົາຫຼີ ຍິງລູກສອນໄຟໄລຍະສັ້ນ 4 ລູກ - ảnh 1
(ພາບປະກອບ: EPA)

(vovworld) – ວັນ​ທີ 03/04, ສປປ.​ເກົາຫຼີ ​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະສັ້ນ 4 ລູກ ອອກ​ສູ່​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນີ້, ຕໍ​່ໜ້າການ​ຕິດຕາມ​ກວດກາ​ຂອງ​ການ​ນຳ Kim Jong un ​ໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​​​ແຫຼມ​ເກົາຫຼີ ພວມ​ເພີ່ມ​ຂຶ້ນ​ທີ່ກ່ຽວຂ້ອງ​ເຖິງ​ການ​ຊ້ອມ​ຮົບ​ຮ່ວມ​ອາ​ເມ​ລິ​ກາ - ສ.​ເກົາຫຼີ ​ເຊິ່ງພວມ​ດຳ​ເນີນ​ໄປ. ຕາມ​ໂຄສົກ​ຂອງ​ສະພາ​​ເສນາ​ທິການ​ໃຫຍ່​ກອງທັບ​ສ.​ເກົາຫຼີ ​ແລ້ວ, ບັນດາ​ລູກ​ສອນ​ໄຟ​ຂອງ​ສປປ.​ເກົາຫຼີ ​ຖືກ​ຍິ​ງທົດ​ລອງ​​ແຕ່ເວລາ 16​ ໂມງ 15 ນາທີ (ຕາມ​ເວລາທ້ອງ​ຖິ່ນ) ​ແລະ ​ແກ່ຍາວ​ເປັນ​ເວລາ 45 ນາທີ. ​ພາຍຫຼັງ​​ຍິງ​ຈາກ​ຖານ​ທີ່​ໝັ້ນ​ຢູ່​ຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ​ຂອງສປປ.​ເກົາຫຼີ ລູກ​ສອນ​ໄຟ​ດັ່ງກ່າວໄດ້​ບິນ​​ໄລຍະ​ທາງປະມານ 100 ກ​.ມ
ຂ່າວ/ບົດ​ອື່ນ