ສ​ປ​ປ.ເກົາຫຼີ ຍິງວັດ​ຖຸ​ບິນ​ທີ່​ບໍ່​ທັນ​​ໄດ້ກຳ​ນົດ​

(VOVWORLD) -ວັນທີ 30 ມັງກອນ, ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງວັດຖຸບິນທີ່ບໍທັນໄດ້ກຳນົດ ອອກສູ່ທະເລທາງທິດຕາເວັນອອກຂອງປະເທດນີ້ ໃນຕອນເຊົ້າວັນທີດຽວກັນ. ແລະກໍ່ໃນວັນດຽວກັນ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ໄດ້ໂຮມສະພາຄວາມໝັ້ນຄົງແຫ່ງຊາດ (NSC) ຈັດກອງປະຊຸມດ່ວນ. ສ.ເກົາຫຼີ ຖືວ່າ ນີ້ແມ່ນເຫດຍິງລູກສອນໄຟໄລຍະກາງ ຫຼ້າສຸດຂອງ ສປປ.ເກົາຫຼີ.

ທີ່ກອງປະຊຸມ, ທ່ານປະທານາທິບໍດີ Moon Jae – in ຮຽກຮ້ອງໃຫ້ພຽງຢາງ ຢຸດຕິຄວາມເຄັ່ງຕຶງ ແລະ ຕອບຄືນຄວາມຮຽກຮ້ອງການໂອ້ລົມສົນທະນາກັບ ປະຊາຄົມສາກົນ. ທ່ານຖືວ່າ ເຫດຍິງຫຼ້າສຸດຂອງ ສປປ.ເກົາຫຼີ ແມ່ນສິ່ງທ້າທາຍຕໍ່ຄວາມມານະພະຍາຍາມປອດນິວເຄຼຍ, ສ້າງສັນຕິພາບ ແລະ ສະຖຽນລະພາບຢູ່ແຫຼມເກົາຫຼີ ແລະ ບັນດາຄວາມມານະພະຍາຍາມທາງການທູດ ຂອງປະຊາຄົມສາກົນ ພ້ອມທັງລະເມີດມະຕິຂອງສະພາຄວາມໝັ້ນຄົງ ສປຊ.

ໃນຂະນະນັ້ນ, ວັນທີ 30 ມັງກອນ, ໂຄສົກລັດຖະບານ ຍີ່ປຸ່ນ ໃຫ້ຮູ້ວ່າ ຍີ່ປຸ່ນ ສົງໄສວ່າ ວັດຖຸດັ່ງກ່າວ ແມ່ນ ລູກສອນໄຟໂດຍ ສປປ.ເກົາຫຼີຍິງໄດ້ຕົກຢູ່ນອກເຂດເສດຖະກິດຈຳເພາະ ຂອງ ຍີ່ປຸ່ນ, ພ້ອມທັງເນັ້ນໜັກວ່າ ບັນດາເຫດຍິງລູກສອນໄຟໃນໄລຍະຜ່ານມາຂອງ ສປປ.ເກົາຫຼີ ໄດ້ລະເມີດມະຕິຂອງ ສປຊ. ການໄຈ້ແຍກເບື້ອງຕົນຂອງ ຝ່າຍຍີ່ປຸ່ນຖືວ່າ ວັດຖຸບິນໂດຍສປປ.ເກົາຫຼີຍິງ ອາດຈະແມ່ນລູກສອນໄຟໄລຍະກາງ ຫຼື ໄລຍະຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ