ສປປ.ເກົາຫຼີ ຕໍາໜິຕິຕຽນ ອາເມລິກາ ແລະ ສ.ເກົາຫຼີ ລະເມີດຂໍ້ຕົກລົງກອງປະຊຸມສຸດຍອດ

(VOVWORLD) -“ການລະເມີດຖະແຫຼງການຮ່ວມສະບັບຕ່າງໆນັ້ນ ແມ່ນຮ້າຍແຮງ ເຊິ່ງ ສປປ.ເກົາຫຼີ ບັນລຸໄດ້ກັບ ອາເມລິກາ ແລະ ສ.ເກົາຫຼີ.
ສປປ.ເກົາຫຼີ ຕໍາໜິຕິຕຽນ ອາເມລິກາ ແລະ ສ.ເກົາຫຼີ ລະເມີດຂໍ້ຕົກລົງກອງປະຊຸມສຸດຍອດ - ảnh 1ນາຍທະຫານ ສ.ເກົາຫຼີ ເຂົ້າຮ່ວມການຊ້ອມຮົບ (ພາບ: AFP/TTXVN)

ສປປ.ເກົາຫຼີ ໄດ້ຕໍາໜິຕິຕຽນເລື່ອງ ສ.ເກົາຫຼີ ແລະ ອາເມລິກາ ສືບຕໍ່ດໍາເນີນການຊ້ອມຮົບຮ່ວມ ຄັ້ງໃໝ່ທີ່ມີຊື່ວ່າ Dong Maeng (ພັນທະມິດ), ໂດຍຖືວ່າ ການກະທໍາດັ່ງກ່າວແມ່ນລະເມີດຂໍ້ຕົກລົງສະບັບຕ່າງໆຂອງກອງປະຊຸມສຸດຍອດ ເຊິ່ງສອງຝ່າຍບັນລຸໄດ້ ກັບ ພຽງຢາງ ເມື່ອປີ 2018. ໃນວັນທີ 7 ມີນາ, ສໍານັກຂ່າວສານ KCNA ຂອງ ສປປ.ເກົາຫຼີີ ຊີ້ແຈ້ງວ່າ: “ການລະເມີດຖະແຫຼງການຮ່ວມສະບັບຕ່າງໆນັ້ນ ແມ່ນຮ້າຍແຮງ ເຊິ່ງ ສປປ.ເກົາຫຼີ ບັນລຸໄດ້ກັບ ອາເມລິກາ ແລະ ສ.ເກົາຫຼີ. ສ່ິງດັ່ງກ່າວ ຍັງແມ່ນສິ່ງທ້າທາຍໂດຍກົງຕໍ່ຈຸດປະສົງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ສປປ.ເກົາຫຼີທຸກຄົນ ແລະ ປະຊາຄົມສາກົນ ເພື່ອສັນຕິພາບ ແລະ ສະຖຽນລະພາບໃນແຫຼມເກົາຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ