ສປປເກົາຫຼີ ຕຳນິເລື່ອງອາເມລິກາ ຢຸດການອຸປະຖຳທັນຍາຫານ

ສປປເກົາຫຼີ ຕຳນິເລື່ອງອາເມລິກາ ຢຸດການອຸປະຖຳທັນຍາຫານ - ảnh 1

ພາບປະກອບ

( vovworld ) ​ວັນ​ທີ 31/3, ສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ ​ໄດ້ອອກສຽງ​ຕຳນິ​ເລື່ອງ​ອາ​ເມ​ລິ​ກາ ຢຸດຕິ​ການອຸປະຖຳ​ທັນ​ຍາ​ຫານ​ໃຫ້​ແກ່​ປະ​ເທດ​ນີ້ ຍ້ອນ​ມີ​ການ​ກ່ຽວຂ້ອງ​ເຖິງ​ເລື່ອງ​ພຽງ​ຢ່າງ ມີ​ແຜນການ​ຍິງ​ລູກ​ສອນ​ໄຟ. ສຳນັກ​ຂ່າວສານ​ສູ​ນກາງສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ ​(KCNA) ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ ​​ໂດຍ​ເວົ້າວ່າ: ປະຕິກິລິຍາ​ຢ່າງ​ຮຸນ​ແຮງຂອງ​ອາ​ເມ​ລິ​ກາ ຕໍ່​ແຜນການ​ນີ້ ​ໄດ້​ລື່ນ​ກາຍ​ການ​ກຳນົດ​ ​ແລະ ​ໄດ້​ລະ​ເມີດ​ບັນດາ​ຂໍ້​ມາດຕາ​ຕົ້ນຕໍ ​ແລະ​ ທຳລາຍຂໍ້​ຕົກລົງ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ ​​ເມື່ອ​ວັນ​ທີ 29/2. ຕາມ KCNA ​ແລ້ວ, ກ່ອນ​ໜ້ານັ້ນ, ອາ​ເມ​ລິ​ກາ​ ໄດ້​ໃຫ້​ຄຳໝັ້ນສັນຍາ​ບໍ່​ໃຫ້​ບັນຫາ​ມະນຸດສະທຳ​ຕິດ​ພັນ​ກັບ​ບັນດາ​ບັນຫາ​ການ​ເມືອງ, ​ແຕ່​ເຖິງ​ແນວ​ນັ້ນກໍ​ຕາມ, ປະ​ເທດ​ນີ້ ຍັງ​ມີ​ປະຕິກິລິຍາ​ຕໍ່​ແຜນການ​ຍິງ​ດາວ​ທຽມ​ຂອງສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ ​ ດ້ວຍ​ຖະ​ແຫຼ​ງການ​ຢຸດຕິ​ບັນດາ​ຄຳໝັ້ນສັນຍາ​ອຸປະຖຳ​ທັນ​ຍາ​ຫານ. ປະຈຸ​ບັນ, ສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ ​ຍັງ​ບໍ່​ທັນ​ຍົກ​ອອກ​ປະຕິກິລິຍາ​ສຸດ​ທ້າຍ ພ້ອມ​ທັງ​ພວມ​ຊຸກຍູ້​ອາ​ເມ​ລິ​ການ​ຈົ່ງ​ພິຈາ​ລະນາຂໍ້​ຕົກລົງ​ນີ້​ຄືນ​ໃໝ່. ຝ່າຍສາທາລະນະ​ລັດ​ ປະຊາຊົນ ປະຊາທິປະ​ໄຕ ເກົາຫຼີ ​​ຮຽກຮ້ອງ​ໃຫ້ອາ​ເມ​ລິ​ກາ ຈົ່ງ​ຮັບ​ຮູ້​ເລື່ອງ​ປະ​ເທດ​ນີ້​ຍິງ​ດາວ​ທຽມ​ເພື​ອຈຸດໝາຍ​ສັນຕິພາບ​ດ້ວຍ​ການ​ກະທຳ​ຕົວ​ຈິງ.

ຂ່າວ/ບົດ​ອື່ນ