ສປປ.ເກົາຫຼີ ຕຳໜິຕິຕຽນ ສ.ເກົາຫຼີ ຊື້ເຮືອບິນສູ້ຮົບ

(VOVWORLD) - ການກະທຳຂອງວົງການເຈົ້າໜ້າທີ່ການທະຫານ ສ.ເກົາຫຼີ ແນໃສ່ເພີ່ມທະວີກຳລັງຄວາມສາມາດດ້ານການທະຫານ ໄດ້ໄປຝືນກັບຖະແຫຼງການ Panmunjom ແລະ ຖະແຫຼງການ ພຽງຢາງ ເດືອນ ກັນຍາ.
ສປປ.ເກົາຫຼີ ຕຳໜິຕິຕຽນ ສ.ເກົາຫຼີ ຊື້ເຮືອບິນສູ້ຮົບ - ảnh 1  ເຮືອບິນ F-35A Lightening II. ພາບ: AFP/TTXVN

ໜັງສືພິມ Rodong Sinmun - ອົງການກະບອກສຽງຂອງພັກແຮງງານ ສປປ.ເກົາຫຼີ, ວັນທີ 20 ມັງກອນ ໄດ້ຕຳໜິຕິຕຽນແຜນການຜັນຂະຫຍາຍເຮືອບິນສູ້ຮົບຕ້ານລະບົບຣາດາຂອງ ສ.ເກົາຫຼີ ແລະ ກ່າວເຕືອນວ່າ ການກະທຳເກາະຜິດຄືດັ່ງກ່າວ ອາດຈະໄດ້ຮັບຖືວ່າ “ເທນ້ຳເຢັນ” ໃສ່ບັນຍາກາດສັນຕິພາບໃນແຫຼມ ເກົາຫຼີ. ບົດນຳຂອງໜັງສືພິມ Rodong Sinmun ໄດ້ເຕື້ອງເຖິງບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງບັນດາການນຳ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ໃນປີ 2018 ແລະ ຖືວ່າ: ການກະທຳຂອງວົງການເຈົ້າໜ້າທີ່ການທະຫານ ສ.ເກົາຫຼີ ແນໃສ່ເພີ່ມທະວີກຳລັງຄວາມສາມາດດ້ານການທະຫານ ໄດ້ໄປຝືນກັບຖະແຫຼງການ Panmunjom ແລະ ຖະແຫຼງການ ພຽງຢາງ ເດືອນ ກັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ