ສປປ.ເກົາຫຼີ ຕຳໜິຕິຕຽນ ອາເມລິກາ - ສ.ເກົາຫຼີ - ຍີ່ປຸ່ນ ຊ້ອມຮົບລູກສອນໄຟ

ສປປ.ເກົາຫຼີ ຕຳໜິຕິຕຽນ ອາເມລິກາ - ສ.ເກົາຫຼີ - ຍີ່ປຸ່ນ ຊ້ອມຮົບລູກສອນໄຟ - ảnh 1
(ພາບປະກອບ)

(vovworld) – ​ ​ ໜັງສື​ພິມ “Rodong Sinmun” ລາຍ​ວັນ, ສຽງ​ຂອງ​ພັກ​ແຮງ​ງານ ສປປ.​ເກົາຫຼີ ສະບັບ​ອອກ​ວັນ​ທີ 06/02 ​ໄດ້​ຕຳ​ໜິຕິຕຽນ​ເລື່ອງ ສ.​ເກົາຫຼີ, ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ດຳ​ເນີນ​ການ​ຊ້ອມ​ຮົບ​ລູກ​ສອນ​ໄຟ ດ້ວຍສະພາວະ​ບຸກ​ໂຈມ​ຕີ ສປປ.​ເກົາຫຼີ​, ພ້ອມ​ທັງຂົ່ມຂູ່​ຈະ​​ໂຕ້​ຕອບ​ດ້ວຍ​ການ​ກະທຳ​ຫລາຍ​ຢ່າງ. ບົດ​ຂຽນ​ດັ່ງກ່າວ​ທີ່​ລົງ​ພິມ​ໃນ​ໜັງສືພິມ​ດັ່ງ​ກ່າວ ​ເຊິ່ງ​ສຳນັກ​ຂ່າວສານ Yonhap ຂອງ ສ.​ເກົາຫຼີ ​ໄດ​້ຄັດ​ສະ​ເໜີ​ມີຕອນຂຽນ​ວ່າ “ສິ່ງ​ທີ່​ບໍ່​ສາມາດ​ໂຕ້​ຖຽງ​ກັນ​ໄດ້​ ​ແມ່ນ​ການ​ຊ້ອມ​ຮົບ​ນີ້ ​ແມ່ນ​ສ່ວນ​ໜຶ່ງ​ໃນ​ຄວາມ​ມາ​ນະ​ພະຍາຍາມ​ເພີ່ມ​ທະວີ​ສຳພັນ​ທະ​ມິດ​ການ​ທະຫານ​ລະຫວ່າງ ອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ອຳນາດ​ການ​ປົກ​ຄອງ ສ.​ເກົາຫຼີ, ​​ແມ່ນ​ເພື່ອແນ​ໃສ່​ບຸກ​ໂຈມ​ຕີ ສປປ.​ເກົາຫຼີ… ” ພຽງ​ຢາງ ຖື​ວ່າ ນີ້​ແມ່ນ​ການ​ກະທຳ​ດ້ານ​ທະຫານ​ທີ່​ອັນຕະລາຍ, ​ເຮັດ​ໃຫ້​ສະພາບ​ປະ​ເຊີນ​ໜ້າ ​ໃນ​ແຫຼມ​ເກົາຫຼີ​ເພີ່ມ​ຂຶ້ນ. ສະ​ນັ້ນ​ ພຽງ​ຢ່າງ ຈະ “ນຳ​ໃຊ້​​ມາດ​ຕະການ​ເພື່ອ​ຮັບ​ມື​ຈຳນວນ​ໜຶ່ງຢ່າງ​ຕໍ່​ເນື່ອງ” ຖ້າ​ຫາກ​ບັນດາ​ການ​ຊ້ອມ​ຮົບຄື​ດັ່ງກ່າວ​ສືບ​ຕໍ່​​ເກີດ​ຂຶ້ນ.

        ສປປ ​ເກົາຫຼີ ຍົກ​ອອກ​​ຖະ​ແຫຼ​ງດັ່ງກ່າວ ພາຍຫລັງ 3 ປະ​ເທດ ສ.​ເກົາ​ຫຼີ, ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ດຳ​ເນີນ​ການ​ຊ້ອມ​ຮົບ​ລວມທີ່​ແກ່ຍາວ​ເປັນ​ເວລາ 3 ວັນ, ​ເລີ່​ມ​ແຕ່​ວັນ​ທີ 20/01 ຜ່ານ​ມາ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາດ​​ສົມທົບ​ກັນ​​​ກະທຳ​ໃນ​ການ​ພົບ​ເຫັນ ​ແລະ ຕິດຕາມບັນດາ​​ເຫດ​ຍິງ​ລູກ​ສອນ​ໄຟ ​ເຊິ່ງ ສປປ.​ເກົາຫຼີ ອາດ​ສາມາດປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ