ສປ​ປ.ເກົາຫຼີ ຕຳ​ໜິ​ຕິ​ຕຽນ ເລື່ອງ ອາ​ເມ​ລິ​ກາ ຍົກ​ເລີກ​ຂໍ້​ຈຳ​ກັດ​ສຳ​ລັບ ລູກ​ສອ​ນ​ໄຟ​ຂອງ ສ.ເກົາຫຼີ

(VOVWORLD) -   ວັນທີ 31 ພຶດສະພາ, ສປປ.ເກົາຫຼີ ໄດ້ເນັ້ນໜັກເຖິງເລື່ອງ ອາເມລິກາ ຍົກເລີກບັນດາຂໍ້ຈຳກັດສຳລັບລູກສອນໄຟ ຂອງ ສ.ເກົາຫຼີ ແມ່ນ “ຄຳບອກເຕືອນຢ່າງຈະແຈ້ງ” ກ່ຽວກັບວິທີສຳຜັດທີ່ເປັນປໍລະປັກ ຂອງ ວໍຊິງຕັນ ສຳລັບ ພຽງຢາງ.
ສປ​ປ.ເກົາຫຼີ ຕຳ​ໜິ​ຕິ​ຕຽນ ເລື່ອງ ອາ​ເມ​ລິ​ກາ ຍົກ​ເລີກ​ຂໍ້​ຈຳ​ກັດ​ສຳ​ລັບ ລູກ​ສອ​ນ​ໄຟ​ຂອງ ສ.ເກົາຫຼີ - ảnh 1ການຊ້ອມຮົບ ລະຫວ່າງ ອາເມລິກາ - ສ.ເກົາຫຼີ ເມື່ອປີ 2017 (ພາບ: EPA/TTXVN)

ນີ້ແມ່ນປະຕິກິລິຍາທຳອິດຂອງ ສປປ.ເກົາຫຼີ ພາຍຫຼັງກອງປະຊຸມສຸດຍອດ ສ.ເກົາຫຼີ - ອາເມລິກາ ເຊິ່ງຖືກຈັດຂຶ້ນໃນວັນທີ 21 ພຶດສະພາ, ເມື່ອ ປະທານາທິບໍດີ ສ.ເກົາຫຼີ Moon Jae – in ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຫັນດີນຳໃຊ້ວິທີທາງການທູດເພື່ອແກ້ໄຂບັນຫາຈົນຕາແຈກັບ ສປປ.ເກົາຫຼີ, ພ້ອມທັງຢຸດຕິທຸກຂໍ້ຈຳກັດກ່ຽວກັບລະດັບການບິນ ແລະ ປະລິມານຫົວລູກສອນໄຟຂອງ ສ.ເກົາຫຼີ. ເຖິງຢ່າງໃດກໍຕາມ, ຄຳຕຳໜິຕິຕຽນຂອງ ສປປ.ເກົາຫຼີ ເບິ່ງຄືວ່າມີຄວາມລະງັບໃຈ ເມື່ອໄດ້ຍົກອອກມາໃນບົດຂຽນຂອງນັກວິຈານບັນດາບັນຫາສາກົນ ໂດຍ ສຳນັກຂ່າວສານ ສູນກາງ ສປປ.ເກົາຫຼີ (KCNA) ເອົາລົງ ແທນທີ່ການຖະແຫຼງຢ່າງເປັນທາງການຂອງອຳນາດການປົກຄອງ. ບົດຂຽນໄດ້ກ່າວປະນາມ ເລື່ອງ ອາເມລິກາມອບສິດໃຫ້ແກ່ບັນດາປະເທດພັນທະມິດຂະຫຍາຍລູກສອນໄຟໂດຍບໍ່ມີຂອບເຂດ ໃນຂະນະທີ່ຖືບັນດາມາດຕະການ ເຊິ່ງ ສປປ.ເກົາຫຼີ ປະຕິບັດເພື່ອປ້ອງກັນຕົວ ແມ່ນລະເມີດມະຕິຕ່າງໆຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ