ສປປ.ເກົາຫຼີ ຖະແຫຼງຍິງລູກສອນໄຟຍຸດທະວິທີສຳເລັດ

(VOVWORLD) - KCNA ໄດ້ແຈ້ງວ່າ ການຊ້ອມຮົບດັ່ງກ່າວແມ່ນເພື່ອແນໃສ່ “ກວດກາ ແລະ ຕີລາຄາຄວາມຊຳນານໃນການເຄື່ອນໄຫວສູ້ຮົບ” ຂອງກົມກອງ.
ສປປ.ເກົາຫຼີ ຖະແຫຼງຍິງລູກສອນໄຟຍຸດທະວິທີສຳເລັດ - ảnh 1ກອງພັນໃຫຍ່ລູກສອນໄຟທາງລົດໄຟຂອງປະເທດນີ້ ໄດ້ດຳເນີນການຊ້ອມຮົບໃນວັນທີ 14 ມັງກອນ
(ພາບ: AFP/TTXVN)

ສປປ.ເກົາຫຼີ ຖະແຫຼງວ່າ, ກອງພັນໃຫຍ່ລູກສອນໄຟທາງລົດໄຟຂອງປະເທດນີ້ ໄດ້ດຳເນີນການຊ້ອມຮົບໃນວັນທີ 14 ມັງກອນ, ໃນນັ້ນໄດ້ທົດລອງຍິງລູກສອນໄຟຍຸດທະວິທີ 2 ລູກສຳເລັດ. ວັນທີ 15 ມັງກອນ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ແຈ້ງວ່າ ການຊ້ອມຮົບດັ່ງກ່າວແມ່ນເພື່ອແນໃສ່ “ກວດກາ ແລະ ຕີລາຄາຄວາມຊຳນານໃນການເຄື່ອນໄຫວສູ້ຮົບ” ຂອງກົມກອງ. ກ່ອນເຫດຍິງດັ່ງກ່າວ, ສປປ.ເກົາຫຼີ ກໍ່ດຳເນີນເຫດທົດລອງອາວຸດ 2 ຄັ້ງ ເຊິ່ງປະເທດນີ້ຖະແຫຼງວ່າແມ່ນ “ລູກສອນໄຟໄວກວ່າສຽງ” ໃນວັນທີ 05 ມັງກອນ ແລະ 11 ມັງກອນ ຜ່ານມາ. ນີ້ໄດ້ຮັບຖືວ່າແມ່ນການກະທຳທີ່ຈະແຈ້ງ ເພື່ອມຸ່ງໄປເຖິງການສ້າງລະບົບອາວຸດປະເພດໃໝ່, ທັນສະໄໝ ໃນສະພາບການເຈລະຈານິວເຄຼຍກັບ ອາເມລິກາ ທີ່ບໍ່ມີທາງອອກ.

        ວັນທີ 14 ມັງກອນ, ອາເມລິກາ ໄດ້ຕຳໜິຕິຕຽນເຫດຍິງລູກສອນໄຟໃນວັນດຽວກັນຂອງ ສປປ.ເກົາຫຼີ, ເຊິ່ງ ສ.ເກົາຫຼີ ຖືວ່າ ແມ່ນເຫດຍິງລູກສອນໄຟນຳວິຖີ 2 ລູກ, ຖືນີ້ແມ່ນໄພນາບຂູ່ຕໍ່ບັນດາປະເທດບ້ານໃກ້ເຮືອນຄຽງຂອງ ສປປ.ເກົາຫຼີ ກໍຄືປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ