ສ​ປ​ປ.ເກົາຫຼີ ​ທົດ​ລອງ​ລະ​ບົບ​ຍິງ​ລູກ​ສອນ​ໄຟ​ຫຼາຍ​ເລົາໃຫຍ່ທີ່​ສຸດ

(VOVWORLD) -ວັນທີ 30 ມີນາ, ສື່ມວນຊົນແຫ່ງລັດ ສປປ.ເກົາຫຼີ  ໄດ້ລົງຂ່າວວ່າ ປະເທດນີ້ໄດ້ທົດລອງລະບົບຍິງລູກສອນໄຟຫຼາຍເລົາໃຫຍ່ທີ່ສຸດ, ພາຍຫຼັງເວລາ 1 ວັນ ເມື່ອກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງບັນດາວັດຖຸເບີ່ງເໝືອນວ່າແມ່ນລູກສອນໄຟໄລຍະສັ້ນ 2 ລູກ.
ສ​ປ​ປ.ເກົາຫຼີ ​ທົດ​ລອງ​ລະ​ບົບ​ຍິງ​ລູກ​ສອນ​ໄຟ​ຫຼາຍ​ເລົາໃຫຍ່ທີ່​ສຸດ - ảnh 1ເຫດຍິງລູກສອນໄຟ (ພາບ: REUTERS) 

ຕາມໜັງສືພິມລາຍວັນ Rodong Sunmun ແລ້ວ, ເຫດຍິງທົດລອງໃນວັນທີ 29 ມີນາ ແມ່ນເພື່ອແນໃສ່ຢັ້ງຢືນລັກສະນະພິເສດຍຸດທະສາດ ແລະ ເຕັກນິກຂອງລະບົບຍິງລູກສອນໄຟຫຼາຍເລົາໃຫຍ່ທີ່ສຸດນີ້ອີກຄັ້ງໜຶ່ງ. ບົດຂຽນຢັ້ງຢືນວ່າ ເຫດຍິງທົດລອງໄດ້ປະສົບຜົນສຳເລັດ. ເຖິງຢ່າງໃດກໍ່ຕາມ, ບົດຂຽນບໍ່ໄດ້ເຕື້ອງເຖິງເລື່ອງການນຳ Kim – jong – un ໄດ້ມີການຕິດຕາມກວດກາເຫດຍິງທົດລອງຫຼືບໍ່, ກໍ່ຄືບໍ່ໃຫ້ຮູ້ຢ່າງລະອຽດກ່ຽວກັບອາວຸດປະເພດ ນີ້ ກໍ່ຄືສະຖານທີ່ປະຕິບັດເຫດຍິງທົດລອງດັ່ງກ່າວ.

ໃນວັນທີ 29 ມີນາ, ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟຈາກນະນອນຢູ່ແຄມທະເລທາງພາກຕາເວັນອອກ Wonsan. ບັນດາວັດຖຸສາມາດບິນໄດ້ໄກ 230 ກິໂລແມັດ ດ້ວຍລະດັບຄວາມສູງ 30 ກີໂລແມັດ. ນີ້ແມ່ນເຫດຍິງລູກສອນໄຟຄັ້ງຫຼ້າສຸດໃນບັນດາເຫດທົດລອງອາວຸດ ຫຼື ເຝິກຊ້ອມການທະຫານປືນໃຫຍ່ເຊິ່ງ ພຽງຢາງ ປະຕິບັດນັບແຕ່ຕົ້ນປີນີ້ມາຮອດປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ