ສ​ປ​ປ.ເກົາຫຼີ ປະ​ກາດ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​​ນຳ​ວິ​ຖີໄລ​ຍະ​ກາງ​ນຳ​ໃຊ້​ເຊື້ອ​ເພີງ​ແຂງ ສຳ​ເລັດຜົນ

(VOVWORLD) - ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟນຳວິຖີໄລຍະກາງທີ່ນຳໃຊ້ເຊື້ອເພີງແຂງສຳເລັດຜົນ ຄືເປັນສ່ວນໜຶ່ງຂອງການເຄື່ອນໄຫວປະຈຳໄລຍະ ແນໃສ່ພັດທະນາບັນດາລະບົບອາວຸດໃຫ້ເຂັ້ມແຂງ.
ສ​ປ​ປ.ເກົາຫຼີ ປະ​ກາດ ຍິງ​ທົດ​ລອງ​ລູກ​ສອນ​ໄຟ​​ນຳ​ວິ​ຖີໄລ​ຍະ​ກາງ​ນຳ​ໃຊ້​ເຊື້ອ​ເພີງ​ແຂງ ສຳ​ເລັດຜົນ - ảnh 1ຮູບພາບຍິງລູກສອນໄຟນຳວິຖີ  “Hwasong-18” ຂອງ ສປປ.ເກົາຫຼີ (ພາບ: KCNA/TTXVN)

ວັນທີ 15 ມັງກອນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ຖະແຫຼງວ່າ ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟນຳວິຖີໄລຍະກາງທີ່ນຳໃຊ້ເຊື້ອເພີງແຂງສຳເລັດຜົນ ຄືເປັນສ່ວນໜຶ່ງຂອງການເຄື່ອນໄຫວປະຈຳໄລຍະ ແນໃສ່ພັດທະນາບັນດາລະບົບອາວຸດໃຫ້ເຂັ້ມແຂງ.

        ຕາມ KCNA  ແລ້ວ, ລູກສອນໄຟມີລະດັບຄວາມໄວເໜືອສຽງ ໄດ້ຍິງໃນຕອນບ່າຍວັນທີ 14 ມັງກອນ ເພື່ອແນໃສ່ກວດກາຄວາມສາມາດໃນການຄວບຄຸມ ແລະ ຄວາມໝັ້ນທຽງຂອງການບິນຂອງຫົວລູກສອນໄຟ ກໍຄື ຄຸນນະພາບຂອງເຄື່ອງຈັກນຳໃຊ້ເຊື້ອເພີງແຂງຂອງລູກສອນໄຟ. ຖະແຫຼງການຂອງ KCNA ຊີ້ແຈ້ງວ່າ ເຫດຍິງທົດລອງດັ່ງກ່າວ ບໍ່ໄດ້ກໍ່ຜົນກະທົບໃດໆຕໍ່ຄວາມປອດໄພຂອງບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ບໍ່ກ່ຽວຂ້ອງເຖິງສະພາບຄວາມໝັ້ນຄົງຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ