ສປປ.ເກົາຫຼີ ປະກາດບັນຊີລາຍຊື່ຄະນະປະຕິບັດງານເຂົ້າຮ່ວມການເຈລະຈາຂັ້ນສູງລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ

(VOVWORLD) - ທີ 28 ມີນາ, ກະຊວງເອກະພາບ ສ.ເກົາຫຼີ ໃຫ້ຮູ້ວ່າ: ສປປ.ເກົາຫຼີ ໄດ້ແຈ້ງກັບປະເທດນີ້ກ່ຽວກັບບັນຊີລາຍຊື່ບັນດາເຈົົ້າໜ້າທີ່ຈະເຂົ້າຮ່ວມການເຈລະຈາຂັ້ນສູງລະຫວ່າງ 2 ພາກເກົາຫຼີ ໃນອາທິດນີ້

ສປປ.ເກົາຫຼີ ປະກາດບັນຊີລາຍຊື່ຄະນະປະຕິບັດງານເຂົ້າຮ່ວມການເຈລະຈາຂັ້ນສູງລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ - ảnh 1ທ່ານລັດຖະມົນຕີກະຊວງເອກະພາບ ສ.ເກົາຫຼີ Cho Myoung-gyon (ຂວາ) ແລະ ທ່ານປະທານ ທ່ານປະທານຄະນະກຳມະການເອກະພາບສັນຕິພາບ ສປປ.ເກົາຫຼີ Ri Son-gwon ພາບ: YONHAP/TTXVN

ເພື່ອແນໃສ່ກະກຽມໃຫ້ກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເຊິ່ງຄາດວ່າຈະດຳເນີນໃນເດືອນ ເມສາ ຈະມາເຖິງ. ຕາມກະຊວງເອກະພາບແລ້ວ, ຄະນະປະຕິບັດງານ ສປປ.ເກົາຫຼີ ລວມມີສະມາຊິກ 3 ທ່ານ ໂດຍທ່ານປະທານຄະນະກຳມະການເອກະພາບສັນຕິພາບ ສປປ.ເກົາຫຼີ Ri Son-gwon ນຳໜ້າ ພ້ອມດ້ວຍທ່ານ Jon Jong-su ແລະ ທ່ານ Kim Myong-il.

        ກ່ອນໜ້ານັ້ນ, ວັນທີ 27 ມີນາ, ສ.ເກົາຫຼີ ໄດ້ສົ່ງບັນຊີລາຍຊື່ຄະນະປະຕິບັດງານເຖິງ ສປປ.ເກົາຫຼີ ເຂົ້າຮ່ວມບັນດາການເຈລະຈາຂັ້ນສູງລະຫວ່າງ 2 ພາກເກົາຫຼີ ລວມມີສະມາຊິກ 3 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ