ສປປ.ເກົາຫຼີ ປະຕິເສດການບຸກໂຈມຕີຮາກຖານຂໍ້ມູນຂອງຄະນະກຳມະການລົງໂທດ ຂອງ ສ.ປ.ຊ

(VOVWORLD) -ໃນຖະແຫຼງການສະບັບໜຶ່ງວັນທີ 02 ພຶດສະພາ, ຄະນະປະຕິບັດງານຂອງ ສປປ.ເກົາຫຼີ ປະຈຳ ສະຫະປະຊາຊາດ ໄດ້ປະຕິເສດບັນດາຂໍ້ກ່າວຫາວ່າ ປະເທດນີ້ ບຸກໂຈມຕີຮາກຖານຂໍ້ມູນຂອງຄະນະກຳມະການລົງໂທດສັງກັດສະຫະປະຊາຊາດ - ຮັບຜິດຊອບການຕິດຕາມກວດກາການປະຕິບັດບັນດາຄຳສັ່ງລົງໂທດຕ້ານ ພຽງຢາງ.

ຕາມນັ້ນແລ້ວ, ຄະນະປະຕິບັດງານຂອງ ສປປ.ເກົາຫຼີ ໃຫ້ຮູ້ວ່າ: ພຽງຢາງ “ບໍ່ຍອມຮັບ ມາດຕະການລົງໂທດທີ່ຜິດກົດໝາຍຂອງສະຫະປະຊາຊາດ” ແລະ “ບໍ່ສົນໃຈເຖິງບັນດາວຽກງານຂອງຄະນະກຳມະການລົງໂທດນີ້”. ດ້ວຍການອ້າງເຫດຜົນດັ່ງກ່າວ, ພຽງຢາງ ຢືນຢັນວ່າບັນດາຄຳກ່າວຫາທີ່ຖືວ່າ ສປປ.ເກົາຫຼີ ໄດ້ບຸກໂຈມຕີຮາກຖານຂໍ້ມູນຂອງຄະນະກຳມະການດັ່ງກ່າວແມ່ນ “ໄຮ້ເຫດຜົນ”. ຖະແຫຼງການຂອງຄະນະປະຕິບັດງານ ສປປ.ເກົາຫຼີ ຢູ່ ສະຫະປະຊາຊາດກໍ່ຊີ້ແຈ້ງວ່າ: “ອາເມລິກາ ແລະ ບັນດາອິດທິກຳລັງທີ່ເປັນປໍລະປັກ (ສຳລັບ ພຽງຢາງ) ຄວນຮັບຮູ້ທ່າອ່ຽງ (ໄກ່ເກ່ຍປອງດອງ) ໃນປັດຈຸບັນ ແລະ ປະຕິບັດບັນດາຄວາມມານະພະຍາຍາມ ແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ ແລະ ມຸ່ງໄປເຖິງວິວັດທະນາການສັນຕິພາບໃນແຫຼມ ເກົາຫຼີ ໃຫ້ຫລາຍກ່ວາສ້າງເລື່ອງກ່ຽວກັບບັນດາເຫດບຸກໂຈມຕີຄືດັ່ງກ່າວ”. ຕາມຖະແຫຼງການແລ້ວ, ອາເມລິກາ ໄດ້ກ່າວຫາ ສປປ.ເກົາຫຼີ ວ່າບຸກໂຈມຕີທາງອິນເຕີແນັດໃນກອງປະຊຸມປິດລັບຂອງຄະນະກຳມະການລົງໂທດຂອງ ສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ