ສປປ.ເກົາຫຼີ ປະຕິເສດຂໍ້ສະເໜີຂອງສ.ເກົາຫຼີ ກ່ຽວກັບຖະແຫຼງການຢຸດຕິສົງຄາມ

(VOVWORLD) -ວັນທີ 24 ກັນຍາ, ສປປ.ເກົາຫຼີ ໄດ້ປະຕິເສດຂໍ້ສະເໜີຂອງທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ກ່ຽວກັບຖະແຫຼງການທາງການຢຸດຕິສົງຄາມສປປ.ເກົາຫຼີ 1950 – 1953.
ສປປ.ເກົາຫຼີ ປະຕິເສດຂໍ້ສະເໜີຂອງສ.ເກົາຫຼີ ກ່ຽວກັບຖະແຫຼງການຢຸດຕິສົງຄາມ - ảnh 1(ພາບປະກອບ: AFP/TTXVN)

ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ຂັດສະເໜີຄຳຖະແຫຼງຂອງທ່ານຮອງລັດຖະມົນຕີການຕ່າງປະເທດ Ri Thae song ໂດຍຖືວ່າ ຂໍ້ສະເໜີດັ່ງກ່າວແມ່ນ “ຟ້າວຝັ່ງ”, ພ້ອມທັງຢືນຢັນວ່າ “ຈະບໍ່ມີຫຍັງປ່ຽນແປງ” ຖ້າຫາກສະພາບການເມືອງຢູ່ອ້ອມ ສປປ.ເກົາຫຼີ ແລະ ນະໂຍບາຍຂອງ ອາເມລິກາ ຍັງຮັກສາເໝືອນເດີມ.

ຕອນຄ່ຳວັນທີ 23 ກັນຍາ, ທ່ານ Moon Jae in ຖືວ່າ, ສປປ.ເກົາຫຼີ ຍັງຮັກສາຄຳສັ່ງຢຸດຕິການທົດລອງນິວເຄຼຍ ແລະ ລູກສອນໄຟໄລຍະໄກ ເຊີ່ງ ພຽງຢາງ ໄດ້ຍົກອອກມາດ້ວຍຕົນເອງ ແລະ ເບິ່ງຄືວ່າ ສປປ.ເກົາຫຼີ ອາດຈະສ້າງກາລະໂອກາດໃຫ້ແກ່ການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ