ສປປ.ເກົາຫຼີ ປະຕິເສດຄວາມອາດສາມາດເຊື່ອມຕໍ່ການເຈລະຈາກັບ ອາເມລິກາ ຄືນໃໝ່ໃນໄລຍະອັນສັ້ນໆ

(VOVWORLD) - ສປປ.ເກົາຫຼີ ບໍ່ພ້ອມທີ່ຈະພົບປະເຈລະຈາກັບ ອາເມລິກາ ອີກຄັ້ງໜຶ່ງ ຈົນກ່ວາຍາມໃດທີ່ ວໍຊິງຕັນ ຈະມີບາດກ້າວຢ່າງແທດຈິງ ແນໃສ່ຍົກເລີກນະໂຍບາຍທີ່ເປັນປໍລະປັກແນໃສ່ ພຽງຢາງໄດ້ຢ່າງສີ້ນເຊີງ.

 ຖະແຫຼງການຂອງກະຊວງການຕ່າງປະເທດ ສປປ.ເກົາຫຼີ ໄດ້ຍົກອອກມາໃນວັນທີ 06 ຕຸລາ, ພາຍຫລັງການພົບປະເຈລະຈາຂັ້ນນັກວິຊາການລະຫວ່າງ 2 ປະເທດຢູ່ ປະເທດ ຊູແອັດ ຖືກພັງທະລາຍພຽງ 1 ວັນເທົ່ານັ້ນ.

ສປປ.ເກົາຫຼີ ປະຕິເສດຄວາມອາດສາມາດເຊື່ອມຕໍ່ການເຈລະຈາກັບ ອາເມລິກາ ຄືນໃໝ່ໃນໄລຍະອັນສັ້ນໆ - ảnh 1ຜູ້ຕາງໜ້າພິເສດຂອງ ອາເມລິກາ ກ່ຽວກັບ ສປປ.ເກົາຫຼີ  Stephen Biegun (ຂວາ)  ແລະ ຫົວໜ້າຄະນະເຈລະຈາ ສປປ.ເກົາຫຼີ Kim Myong-gil (ຊ້າຍ). ພາບ: Kyodo/TTXVN

ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີຖະແຫຼງການຂອງກະຊວງການຕ່າງປະເທດ ສປປ.ເກົາຫຼີ ໃຫ້ຮູ້ວ່າ: ອາເມລິກາ ສວຍໃຊ້ການເຈລະຈາດ້ານນິວເຄຼຍລະຫວ່າງ 2 ປະເທດ ເພື່ອຮັບໃຊ້ໃຫ້ແກ່ພື້ນຖານດ້ານການເມືອງພາຍໃນປະເທດ, ພ້ອມທັງປະຕິເສດຄວາມສາມາດຈະດຳເນີນການພົບປະເຈລະຈາກັບ ອາເມລິກາ ທຸກຄັ້ງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ