ສປປ.ເກົາຫຼີ ຝຶກຊ້ອມ ຍິງລູກປືນແທ້ຢູ່ທະເລເຫຼືອງ

ສປປ.ເກົາຫຼີ ຝຶກຊ້ອມ ຍິງລູກປືນແທ້ຢູ່ທະເລເຫຼືອງ - ảnh 1
(ພາບປະກອບ: Yonhap/TTXVN)

​(vovworld) –  ວັນ​ທີ 13/05, ກອງທັບ​ສ.​ເກົາຫຼີ ​ໃຫ້​ຮູ້​ວ່າ, ສປປ.​ເກົາຫຼີ ​ໄດ້​ແຈ້ງ​ກັບ​ສະພາ​ເສນາ​ທິການ​ໃຫຍ່ທະຫານ​ປະສົມ​ປະ​ເທດ​ນີ້ ຜ່ານ​ໂທ​ລະ​ສັບ​ສາຍ​ດ່ວນ​ກ່ຽວ​ກັບ​ເລື່ອງ ພຽງ​ຢາງ ດຳ​​ເນີນ​ການ​ຝືກຊ້ອມຍິງ​ລູກປືນ​​ແທ້​ຢູ່​ໃກ້​ກັບ​​ເສັ້ນ​ຊາຍ​ແດນ​ທາງ​ທະ​ເລ​ທິດຕາ​ເວັນ​ຕົກ​ລະ​ຫວ່າງ​ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ, ​ເລີ່​ມ​ແຕ່ 15 ​ໂມງ ວັນ​ດຽວ​ກັນຮອດ​ວັນ​ທີ 15/05. ​ເຂດ​ທະ​ເລ​ ສປປ.​ເກົາຫຼີ ຝຶກຊ້ອມ​ຍິງລູກ​ປືນ​ແທ້ຫ່າງ​ຈາກ​​ເສັ້ນ​ຊາຍ​ແດນທາງ​ທິດ​ເໜືອ (NLL) ພຽງ 1 ກ.ມ. ພຽງ​ຢາງ​ ບໍ່​ຮັບ​ຮູ້ NLL, ​ເຊິ່ງບັນດາ​ກຳ​ລັງ​ໂດຍ​ອາ​ເມລິ​ກາ ຂີດ​ເສັ້ນພາຍຫຼັງ 3 ປີ​ແຫ່ງ​ສົງຄາມ​​ຢູ່​ແຫຼມ​ເກົາຫຼີ ຖືກສິ້ນ​ສຸດ​ລົງ ​​ແມ່ນ​ເສັ້ນ​ຊາຍ​ແດນ​ທາງ​ທະ​ເລ​ເປັນ​ທາງ​ການ​ລະຫວ່າງສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ. ກ່ຽວ​ກັບສ.​ເກົາຫຼີ ​ໃຫ້​ຮູ້​ວ່າ, ຈະ​ຕິດຕາມ​​ການ​ຝຶກ​ຊ້ອມ​ດັ່ງກ່າວຢ່າງ​ໃກ້​ຊິດ.

ຂ່າວ/ບົດ​ອື່ນ