ສປປ.ເກົາຫຼີ ພ້ອມແລ້ວທີ່ຈະເຈລະຈາກັບອາເມລິກາ “ບໍ່ວ່າຢູ່ແຫ່ງໃດ ແລະ ເວລາໃດ”

(VOVWORLD) -ວັນທີ 14 ພະຈິກ, ກະຊວງການຕ່າງປະເທດສປປ.ເກົາຫຼີ ຮຽກຮ້ອງໃຫ້ມີການເຈລະຈາໂດຍກົງກັບອາເມລິກາ “ບໍ່ວ່າຢູ່ແຫ່ງໃດ ແລະ ເວລາໃດ”, ເພື່ອຕອບຄືນຂໍ້ສະເໜີໃໝ່ຂອງວໍຊິງຕັນ ກ່ຽວກັບການເຈລະຈານິວເຄຼຍໃນເດືອນທັນວາ ຈະມາເຖິງ.

ສປປ.ເກົາຫຼີ ພ້ອມແລ້ວທີ່ຈະເຈລະຈາກັບອາເມລິກາ “ບໍ່ວ່າຢູ່ແຫ່ງໃດ ແລະ ເວລາໃດ” - ảnh 1 ທ່ານ Kim Myong gil, ເອກອັກຄະລັດຖະທູດເຄື່ອນທີ່, ທັງເປັນທູດພິເສດດ້ານນິວເຄຼຍແຖວໜ້າຂອງສປປ.ເກົາຫຼີ

(ພາບ: AFP/TTXVN)

ໃນຖະແຫຼງການເຊິ່ງສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ເອົາລົງໃນອິນເຕີແນັດໂດຍໃຫ້ຮູ້ວ່າ, ທ່ານ Kim Myong gil, ເອກອັກຄະລັດຖະທູດເຄື່ອນທີ່, ທັງເປັນທູດພິເສດດ້ານນິວເຄຼຍແຖວໜ້າຂອງສປປ.ເກົາຫຼີ ໃຫ້ຮູ້ວ່າ, ກະຊວງການຕ່າງປະເທດອາເມລິກາ ໄດ້ສົ່ງສານເຖິງພຽງຢາງ, ໃນນັ້ນສະເໜີໃຫ້ເຈົ້າໜ້າທີ່ຂອງ 2 ຝ່າຍຈະມີການພົບປະກັນໃນເດືອນທັນວາ ຈະມາເຖິງ ຜ່ານປະເທດທີ 3. ພ້ອມກັນນັ້ນ, ເຈົ້າໜ້າທີ່ສປປ.ເກົາຫຼີ ກໍ່ກ່າວເຕືອນວ່າ ຖ້າຫາກອາເມລິກາ ບໍ່ຍົກອອກມາດຕະການແກ້ໄຂໂດຍພື້ນຖານ ເພື່ອຢຸດຕິບັນດານະໂຍບາຍເປັນປໍລະປັກກັບພຽງຢາງ ນັ້ນ, ບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ ຈະບໍ່ສາມາດແກ້ໄຂໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ