ສ​ປ​ປ.ເກົາຫຼີ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ການ​ຊ້ອມ​ຮົບ​ຮ່ວມ​ຂອງ ອາ​ເມ​ລິ​ກາ - ຍີ່​ປຸ່ນ - ສ​.ເກົາຫຼີ

(VOVWORLD) - ຖະແຫຼງການໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ “ສືບຕໍ່ສະແດງກຳລັງແຮງດ້ານການທະຫານ”, ພ້ອມທັງກ່າວເຕືອນຜົນຕາມມາຢ່າງຮ້າຍແຮງຂອງການກະທຳ ເຊິ່ງພຽງຢາງຖືວ່າ ແມ່ນການກະທຳເກາະຜິດນີ້.
ສ​ປ​ປ.ເກົາຫຼີ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ການ​ຊ້ອມ​ຮົບ​ຮ່ວມ​ຂອງ ອາ​ເມ​ລິ​ກາ - ຍີ່​ປຸ່ນ - ສ​.ເກົາຫຼີ - ảnh 1ພາບປະກອບ:  YONHAP/TTXVN

ຕາມສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ແລ້ວ, ວັນທີ 30 ມິຖຸນາ, ກະຊວງການຕ່າງປະເທດ ສປປ.ເກົາຫຼີ ໄດ້ອອກແຈ້ງການ, ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ, ຍີ່ປຸ່ນ ແລະ ສປປ.ເກົາຫຼີ ດຳເນີນການຊ້ອມຮົບຮ່ວມເປັນຄັ້ງທຳອິດ ທີ່ມີຊື່ວ່າ Freedom Edge. ການຊ້ອມຮົບຮ່ວມໄດ້ແກ່ຍາວເປັນເວລາ 3 ວັນ ໄດ້ດຳເນີນຢູ່ເຂດທະເລສາກົນທາງທິດໃຕ້ ເກາະ Jeju, ທາງພາກໃຕ້ ສ.ເກົາຫຼີ. ຖະແຫຼງການໄດ້ຊີ້ແຈ້ງວ່າ ກ່ອນນັ້ນ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເຄີຍດຳເນີນຫຼາຍການຊ້ອມຮົບຮ່ວມທີ່ມີຂອບຂະໜາດໃຫຍ່, ນ້ອຍດ້ວຍຫຼາຍເຫດຜົນທີ່ແຕກຕ່າງກັນ, ແຕ່ຍັງບໍ່ມີການຊ້ອມຮົບໃດມີຊື່ພິເສດຄືແນວນີ້. ຖະແຫຼງການໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ “ສືບຕໍ່ສະແດງກຳລັງແຮງດ້ານການທະຫານ”, ພ້ອມທັງກ່າວເຕືອນຜົນຕາມມາຢ່າງຮ້າຍແຮງຂອງການກະທຳ ເຊິ່ງພຽງຢາງຖືວ່າ ແມ່ນການກະທຳເກາະຜິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ