ສ​ປ​ປ.ເກົາຫຼີ ຢັ້ງ​ຢືນ ປະ​ຕິ​ບັດ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ກາງ​ລຸ້ນ​ໃໝ່​ຢ່າງ​ສຳ​ເລັດ

(VOVWORLD) - ວັນທີ 02 ເມສາ,  ການນຳ Kim Jong – un ໄດ້ຊີ້ນຳການຍິງທົດລອງລູກສອນໄຟ Hwasongpho – 16B. 
ສ​ປ​ປ.ເກົາຫຼີ ຢັ້ງ​ຢືນ ປະ​ຕິ​ບັດ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ກາງ​ລຸ້ນ​ໃໝ່​ຢ່າງ​ສຳ​ເລັດ - ảnh 1ສ.ເກົາຫຼີ ໃຫ້ຂ່າວກ່ຽວກັບເຫດການຍິງລູກສອນໄຟຂອງ ສປປ.ເກົາຫຼີ (ພາບ: Yonhap/TTXVN)

ວັນທີ 03 ເມສາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຢັ້ງຢືນວ່າ ປະເທດນີ້ ໄດ້ຍິງທົດລອງສຳເລັດລູກສອນໄຟ Hwasongpho – 16B, ເຊິ່ງເປັນລູກສອນໄຟນຳວິຖີໄລຍະກາງທີ່ນຳໃຊ້ເຊື້ອເພີງແຂງ ແລະ  ປະກອບລູກປືນເໜືອສຽງຫາກໍພັດທະນາຫວ່າງມໍ່ໆມານີ້. ວັນທີ 02 ເມສາ,  ການນຳ Kim Jong – un ໄດ້ຊີ້ນຳການຍິງທົດລອງລູກສອນໄຟດັ່ງກ່າວ.

        ຕາມ KCNA  ແລ້ວ, ລູກສອນໄຟດັ່ງກ່າວໄດ້ຍິງຖືກເປົ້າໝາຍຢູ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້. ພ້ອມທັງຢັ້ງຢືນວ່າ ເຫດຍິງລູກສອນໄຟດັ່ງກ່າວ ບໍ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງບັນດາປະເທດບ້ານໃກ້ເຮືອນຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ