ສປປ.ເກົາຫຼີ ຢັງຢືນການຍິງທົດລອງລູກສອນໄຟ ICBM

(VOVWORLD) -ເຫດຍິງທົດລອງດັ່ງກ່າວ ນອນໃນການຝຶກຊ້ອມກຳລັງຄວາມສາມາດກ່ຽມພ້ອມສູ້ຮົບ ໃນສະພາບສະພາວະສຸກເສີນ ຈັດຂຶ້ນໂດຍບັງເອີນໂດຍບໍ່ໄດ້ແຈ້ງກ່ອນ ຕາມຂໍ້ຕົກລົງຂອງທ່ານປະທານ Kim Jong Un ໃນຕອນເຊົ້າວັນດຽວກັນ.
ສປປ.ເກົາຫຼີ ຢັງຢືນການຍິງທົດລອງລູກສອນໄຟ ICBM - ảnh 1ການຍິງທົດລອງລູກສອນໄຟຂ້າມທະວີບ (ICBM)
(ພາບ: KCNA/TTXVN)

ວັນທີ 19 ກຸມພາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ ຢັ້ນຢືນວ່າ, ປະເທດນີ້ໄດ້ດຳເນີນການຍິງທົດລອງລູກສອນໄຟຂ້າມທະວີບ (ICBM) ໃນຕອນບ່າຍວັນທີ 18 ກຸມພາ. ແຫຼ່ງຂ່າວໃຫ້ຮູ້ວ່າ, ເຫດຍິງທົດລອງດັ່ງກ່າວ ນອນໃນການຝຶກຊ້ອມກຳລັງຄວາມສາມາດກ່ຽມພ້ອມສູ້ຮົບ ໃນສະພາບສະພາວະສຸກເສີນ ຈັດຂຶ້ນໂດຍບັງເອີນໂດຍບໍ່ໄດ້ແຈ້ງກ່ອນ ຕາມຂໍ້ຕົກລົງຂອງທ່ານປະທານ Kim Jong Un ໃນຕອນເຊົ້າວັນດຽວກັນ. ຕາມນັ້ນແລ້ວ, ICBM ມີຊື່ວ່າ Hwasongpho – 15 ໄດ້ຍິງຈາກສະໜາມບິນສາກົນ ພຽງຢາງ ໃນຕອນບ່າຍວັນທີ 18 ກຸມພາ. ລູກສອນໄຟບິນໄດ້ 989 ກມ, ກ່ອນທີ່ຕົກຖືກເຂດກຳນົດກ່ອນຢູ່ເຂດທະເລທາງທິດຕາເວັນອອກ ແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ