ສ​ປ​ປ.ເກົາຫຼີ ຢັ້ງ​ຢືນການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄວກວ່າ​ສຽງ

(VOVWORLD) -ວັນທີ 12 ມັງກອນ, ສປປ.ເກົາຫຼີ ໄດ້ຢັ້ງຢືນວ່າ ເຂົາເຈົ້າໄດ້ປະຕິບັດສຳເລັດການຍິງທົດລອງລູກສອນໄຟສຸດທ້າຍຂອງປະເພດລູກສອນໄຟໃໝ່ໄວກວ່າສຽງ ກ່ອນໜ້ານັ້ນໜຶ່ງວັນ.
ສ​ປ​ປ.ເກົາຫຼີ ຢັ້ງ​ຢືນການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ໄວກວ່າ​ສຽງ - ảnh 1ການຍິງທົດລອງລູກສອນໄຟ ຂອງ ສປປ.ເກົາຫຼີ  (ພາບ: KCNA)

ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຮູ້ວ່າ ບັ້ນຍິງທົດລອງດັ່ງກ່າວ ແມ່ນເພື່ອແນໃສ່ກຳນົດຕົວເລກທາງດ້ານເຕັກນິກສັງລວມຂອງລະບົບອາວຸດໄວກວ່າສຽງຄັ້ງສຸດທ້າຍ. KCNA ຢັ້ງຢືນຄວາມສາມາດເຄື່ອນທີ່ທີ່ດີເລີດຂອງວັດຖຸບິນໄວກວ່າສຽງນີ້ ຈະໄດ້ຮັບການກວດກາຢັ້ງຢືນຢ່າງຈະແຈ້ງ ພາຍຫຼັງການຍິງທົດລອງຄັ້ງສຸດທ້າຍນີ້.

        ຕາມ KCNA ແລ້ວ, ການນຳ Kim Jong – un ໄດ້ຕິດຕາມການຍິງທົດລອງ ແລະ ສະແດງຄວາມຄາດຫວັງຢ່າງໃຫຍ່ຫຼວງວ່າ ວົງການນັກຊ່ຽວຊານໃນຂົງເຂດຄົ້ນຄວ້າລູກສອນໄຟ ຈະຊ່ວຍ “ເພີ່ມທະວີກຳລັງຄວາມສາມາດນາບຂູ່ສົງຄາມຂອງປະເທດ ດ້ວຍຜົນງານການຄົ້ນຄວ້າວິທະຍາສາດທີ່ທັນສະໄໝທີ່ສຸດ” ຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ