ສປປ.ເກົາຫຼີ ຢັ້ງຢືນຄືນໃໝ່ ບໍ່ທຸບຕີທໍລະມານນັກສຶກສາ ອາເມລິກາ

(VOVWORLD) - ວັນທີ 28 ກັນຍາ, ສປປ.ເກົາຫຼີ ຢືນຢັນວ່າ ນັກສຶກສາ ອາເມລິກາ Otto Warmbier ບໍ່ຖືກທຸບຕີທໍລະມານໃດໆ ໃນຕະຫລອດໄລຍະຖືກກັກຂັງຢູ່ປະເທດນີ້ ເປັນເວລາ 17 ເດືອນ. 
ສປປ.ເກົາຫຼີ ຢັ້ງຢືນຄືນໃໝ່ ບໍ່ທຸບຕີທໍລະມານນັກສຶກສາ ອາເມລິກາ - ảnh 1 ນັກສຶກສາ ອາເມລິກາ Otto Warmbier ຖືກຈັບຕົວ (ພາບ: REUTERS/ TTXVN)

ຖະແຫຼງການດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງນັກສືບສວນຜູ້ໜຶ່ງຢູ່ລັດ Ohio, ອາເມລິກາ ປະກາດວ່າ Warmbier ເສຍຊີວິດ ຍ້ອນຂາດເລືອດ ແລະ ອົກຊີໃນສະໝອງ, ມີອາການໄດ້ຮັບບາດເຈັບ ແຕ່ບໍ່ທັນໄດ້ຢັ້ງຢືນເທື່ອ. ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ຄັດສະເໜີຄຳເວົ້າຂອງໂຄສົກກະຊວງການຕ່າງປະເທດ ສປປ.ເກົາຫຼີ ໂດຍໃຫ້ຮູ້ວ່າ: ປະເທດນີ້ໄດ້ສະໜອງການບໍລິການຮັກສາ, ປິ່ນປົວສຸຂະພາບໃຫ້ Warmbier, ໂດຍບໍ່ຫົວຊາຕໍ່ “ບັນດາການກະທຳທີ່ເປັນປໍລະປັກ” ຂອງນັກສຶກສາຄົນດັ່ງກ່າວ ທີ່ຕ້ານຄືນ ພຽງຢາງ, ພ້ອມທັງຖືວ່າ: ບັນດາຄຳກ່າວຫາກ່ຽວກັບການທຸບຕີທໍລະມານແມ່ນ “ການຕູ່ຫາໄຮ້ຫຼັກຖານ” ຂອງອຳນາດການປົກຄອງ ວໍຊິງຕັນ ເພື່ອແນໃສ່ຄັດຄ້ານປະເທດອາຊີຕາເວັນອອກສ່ຽງເໜືອນີ້.

        Otto Warmbier ມີອາຍຸ 22 ປີ, ແມ່ນນັກສຶກສາຂອງມະຫາວິທະຍາໄລ Vigina, ຖືກ ສປປ.ເກົາຫຼີ ຈັບຕົວເມື່ອຕົ້ນປີ 2016 ແລະ ໄດ້ເສຍຊີວິດໃນວັນທີ 19/06 ຜ່ານມາ ຢູ່ໂຮງໝໍນະຄອນ Cincinnati, ເກືອບອາທິດໜຶ່ງເມື່ອໄດ້ສົ່ງກັບຄືນ ອາເມລິກາ ແລະ ຕົກເຂົ້າສູ່ອາການໂຄມາ

 

 

ຕອບກັບ

ຂ່າວ/ບົດ​ອື່ນ