ສ​ປ​ປ.ເກົາຫຼີ ຢັ້ງ​ຢືນ​ເຫດ​ຍິງດາວ​ທຽມ “Malligyong – 1” ຕົກ​ລົງ​ທະ​ເລ

(VOVWORLD) - ອົງການພັດທະນາການບິນຮ່ວງອາວະກາດແຫ່ງຊາດ (NADA) ຂອງປະເທດນີ້ ໄດ້ຍິງດາວທຽມສອດແນມການທະຫານ “Malligyong-1” ດ້ວຍລູກສອນໄຟລຸ້ນໃໝ່ “Cheollima – 1” ຢູ່ເຂດຍິງດາວທຽມ Sohae ຢູ່ແຂວງ Phyongan ເໜືອ ໃນຕອນເຊົ້າວັນທີ 31 ພຶດສະພາ ຕາມແຜນການທີ່ໄດ້ກຳນົດໄວ້.
ສ​ປ​ປ.ເກົາຫຼີ ຢັ້ງ​ຢືນ​ເຫດ​ຍິງດາວ​ທຽມ “Malligyong – 1” ຕົກ​ລົງ​ທະ​ເລ - ảnh 1(ພາບປະກອບ: Yonhap/TTXVN)

ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໃຫ້ຂ່າວວ່າ ອົງການພັດທະນາການບິນຮ່ວງອາວະກາດແຫ່ງຊາດ (NADA) ຂອງປະເທດນີ້ ໄດ້ຍິງດາວທຽມສອດແນມການທະຫານ “Malligyong-1” ດ້ວຍລູກສອນໄຟລຸ້ນໃໝ່ “Cheollima – 1” ຢູ່ເຂດຍິງດາວທຽມ Sohae ຢູ່ແຂວງ Phyongan ເໜືອ ໃນຕອນເຊົ້າວັນທີ 31 ພຶດສະພາ ຕາມແຜນການທີ່ໄດ້ກຳນົດໄວ້. ພາກຂ່າວຂອງ KCNA ມີຕອນຂຽນວ່າ “ລູກສອນໄຟຍູ້ດາວທຽມ “Cheollima – 1” ຕົກລົງເຂດທະເລທາງທິດຕາເວັນຕົກແຫຼມ ເກົາຫຼີ.

NADA ຖືວ່າ ສາຍເຫດທີ່ພາໄປເຖິງປະລາໄຊ ກໍແມ່ນຍ້ອນລະບົບເຄື່ອງຈັກລຸ້ນໃໝ່ທີ່ນຳໃຊ້ໃນລະບົບ Cheollima – 1 ບໍ່ເປັນປົກກະຕິ ແລະ ຄຸນລັກສະນະພິເສດຂອງເຊື້ອໄຟກໍບໍ່ເປັນປົກກະຕິ. ບັນດານັກວິທະຍາສາດ, ນັກຊ່ຽວຊານ ແລະ ວິສາວະກອນພວມຄົ້ນຄວ້າຊອກຫາເຫດຜົນທີ່ພາໃຫ້ເກີດບັນຫາດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ