ສປປ.ເກົາຫຼີ ສືບຕໍ່ ກ່າວເຕືອນ ສ.ເກົາຫຼີ ກ່ຽວກັບການຫວ່ານ ໃບປີວ


ສປປ.ເກົາຫຼີ ສືບຕໍ່ ກ່າວເຕືອນ ສ.ເກົາຫຼີ ກ່ຽວກັບການຫວ່ານ ໃບປີວ - ảnh 1

ການ​ນຳ ສປປ.​ເກົາຫຼີ​

(ພາບ: Reuters )

 (vovworld)- ​ ​ວັນ​ທີ 12/10, ສປປ.​ເກົາຫຼີ ​ໄດ້​ຢ້ຳຄືນ​ຄຳ​ຮຽກຮ້ອງ ສ.​ເກົາຫຼີ ຈົ່ງ​ຢຸດຕິ​ບັນດາ​ການ​ກະທຳ “​ຂາດ​ຄວາມ​ລະມັດລະວັງ“, ​ໂດຍ​ສະ​ເພາະ​ແມ່ນ​ການ​ຫວ່ານ ໃບ​ປີວ​ຕ້ານ​ຄືນ​ພຽງ​ຢາງ, ຍ້ອນ​ວ່າບັນດາ​ການ​ກະທຳ​ຄື​ແນວ​ນັ້ນ ຈະ​ບໍ່​ສາມາດ​ປັບປຸງ​ການ​ພົວພັນ​ລະຫວ່າງສ.ເກົາຫຼີ​ ​ແລະ ສປປ.​ເກົາຫຼີ ໃນ​ປະຈຸ​ບັນ​ໄດ້. ຄຳ​ປະກາດ​ຂອງ​ໂຄສົກ​ຄະນະ​ຜູ້​ແທນ ສປປ.​ເກົາຫຼີ ​ເຂົ້າຮ່ວມ​ການ​ພົບ​ປະ​ຂັ້ນສູງ​ລະຫວ່າງ​​ ສ.ເກົາຫຼີ​ ​ແລະ ສປປ.​ເກົາຫຼີ, ຕາມ​ນັ້ນ​ແລ້ວ, ພຽງ​ຢາງ ຮຽກຮ້ອງ​ໃຫ້​ເຊີ​ອູ​ນ ຈົ່ງ​ຢຸດຕິ​ບັນດາ​ການ​ກະທຳ​ອາດ​ຈະ​ເຮັດ​ໃຫ້​ການ​ພົວພັນ​ລະຫວ່າງ​ ສ.ເກົາຫຼີ​ ​ແລະ ສປປ.​ເກົາຫຼີ ຊົ່ວ​ຮ້າຍ​ລົງ. ຄຳ​ປະກາດ​ດັ່ງກ່າວ​ຍັງ​ຢືນຢັນ​ວ່າ, ກອງທັບ ​ແລະ ປະຊາຊົນ ສປປ.​ເກົາຫຼີ ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ​ແຮງ​ກ່ວາອີກ ຖ້າ​ຫາກ​ວ່າ​ບັນດາ​ການ​ກະທຳ​ເກາະ​ຜິດ​ຄື​ແນວ​ນັ້ນຍັງ​ຄົງ​ສືບ​ຕໍ່​ດຳ​ເນີນ​ໄປ./.

ຂ່າວ/ບົດ​ອື່ນ