ສປປ.ເກົາຫຼີ ສືບຕໍ່ນາບຂູ່ ດຳເນີນການທົດລອງນິວເຄຼຍ ແລະ ຍິງລູກສອນໄຟ

ສປປ.ເກົາຫຼີ ສືບຕໍ່ນາບຂູ່ ດຳເນີນການທົດລອງນິວເຄຼຍ ແລະ ຍິງລູກສອນໄຟ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 26/01, ​ສະ​ແດງປະຕິກິລິຍາ​ຄັ້ງ​ຫຼ້າ​ສຸດ ພາຍ​ຫຼັງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ເຫັນ​ດີ​ຮັບຮອງ​ມະຕິ​ເປີດ​ກວ້າງ​ບັນດາ​ມາດ​ຕະການ​ລົງ​ທົດ​ພຽງ​ຢາງ ທີ່​ກ່ຽວຂ້ອງ​ເຖິງ​ການ​ຍິງ​ລູກ​ສອນ​ໄຟ​ນຳ​ດາວ​ທຽມ​ເມື່ອ​ເດືອນ 12/2012, ສປປ.​ເກົາຫຼີ ​ສືບ​ຕໍ່​ກ່າວ​ຍ້ຳຄືນ​ຄຳ​ນາບ​ຂູ່ທີ່​ວ່າ​ ຈະ​ດຳ​ເນີນ​ການ​ທົດ​ລອງ​ນິວ​ເຄຼຍຄັ້ງ​ທີ 3. ໜັງສືພິມລາຍ​ວັນ “Rodong Sinmun”, ກະບອກສຽງ​ຂອງ​ພັກ​ແຮງງານຂອງ ສປປ.​ເກົາຫຼີ ຊີ້​ແຈ້ງວ່າ: “​ເລື່ອງ​ທົດ​ລອງ​ນິວ​ເຄຼຍ​ແມ່ນ​ຄວາມ​ຮຽກຮ້ອງຕ້ອງການ​ຂອງ​ປະຊາຊົນ ​ແລະ ພວກ​ຂ້າພະ​ເຈົ້າ​ບໍ່​ມີ​ທາງ​ເລືອກ​ອື່ນ”. ​ແຫຼ່ງຂ່າວ​ດັ່ງກ່າວ​ຢືນຢັນ​ວ່າ ​ໄພ​ນາບ​ຂູ່​ໃຫຍ່​ກວ່າ​ໝູ່​ສຳລັບ​ສັນຕິພາບ ​ແລະ ຄວາມ​ປອດ​ໄພ​ໃນ​ແຫຼມ​ເກົາຫຼີ ​​ແມ່ນເລີ່​ມມາ​ຈາກ​ນະ​ໂຍບາຍ​​ເປັນ​ປໍ​ລະ​ປັກ​ຂອງ​ບັນດາ​ກຳລັງ​​ໂດຍ​ອາ​ເມ​ລິ​ກາ ນຳ​ໜ້າ, ກໍ​ຄື​ໄດ້​ຮັບ​ການ​ໜູນ​ຫຼັງ​ຈາກ​ສາງອາວຸດ​ນິວ​ເຄຼຍຢ່າງ​ມະຫາສານຂອງ​ອາ​ເມ​ລິ​ກາ ນັ້ງ​ເອງ. ການ​ກະທຳ​ດັ່ງກ່າວ​​ໄດ້​ມີ​ຂຶ້ນ​ພາຍຫຼັງ 1 ວັນ​ທີ່ ສປປ.​ເກົາຫຼີ ນາບ​ຂູ່​ວ່າ ຈະ​ມີ​ການ​ໂຕ້ຕອບທີ່​ແຂງ​ກະດ້າງ ສຳລັບ ສ.​ເກົາຫຼີ ຖ້າ​ຫາກ​ປະ​ເທດ​ນີ້​ເຂົ້າ​ຮ່ວມ​ບັນດາ​ສຳ​ສັ່ງ​ລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ​ໂດຍ​ກົງ, ພ້ອມ​ທັງ​ຖື​ວ່າ ປຽບ​ເໝືອນບັນດາ​ຄຳ​ສັ່ງ​ລົງ​ໂທດ​ນີ້​ໄດ້​ເບິ່ງ​ຄື​ວ່າ ຄຳ​ປະກາດ​ສົງຄາມ ຕ້ານ​ພຽງ​ຢາງ.
ຂ່າວ/ບົດ​ອື່ນ