ສປປ.ເກົາຫຼີ ສືບຕໍ່ເນັ້ນໜັກເຖິງເງື່ອນໄຂເຊື່ອມຕໍ່ການເຈລະຈາດ້ານນິວເຄຼຍຄືນໃໝ່

(VOVWORLD) - ວັນທີ 17 ພະຈິກ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີ ຖະແຫຼງການຂອງກະຊວງການຕ່າງປະເທດ ສປປ.ເກົາຫຼີ ທີ່ຊີ້ແຈ້ງວ່າ ບັນຫານິວເຄຼຍຈະບໍ່ໄດ້ຍົກອອກມາປຶກສາຫາລື ເມື່ອການເຈລະຈາກັບ ອາເມລິກາ ໄດ້ຮັບການເຊື່ອມຕໍ່ຄືນໃໝ່, ເວັ້ນເສຍແຕ່ເນື້ອໃນ ວໍຊິງຕັນ ປະລະ “ນະໂຍບາຍທີ່ເປັນປໍລະປັກ”, ຖືກນຳເຂົ້າໂຄງການດຳເນີນງານ.

        ທີ່ການພົບປະສຸດຍອດລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ເຊິ່ງໄດ້ຈັດຕັ້ງຢູ່ ສິງກະໂປ ໃນເດືອນ ມິຖຸນາ 2018, ການນຳ ສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຫັນດີເປັນເອກະພາບພ້ອມກັນຮ່ວມມືມຸ່ງໄປເຖິງການສ້າງແຫຼມ ເກົາຫຼີ ປອດນິວເຄຼຍໃຫ້ສຳເລັດ.

ສປປ.ເກົາຫຼີ ສືບຕໍ່ເນັ້ນໜັກເຖິງເງື່ອນໄຂເຊື່ອມຕໍ່ການເຈລະຈາດ້ານນິວເຄຼຍຄືນໃໝ່ - ảnh 1 ການນຳ ສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/TTXVN)

        ໃນຂະນະນັ້ນ, ວັນທີ 18 ພະຈິກ, ການນຳ ສປປ.ເກົາຫຼີ Kim Jong-un ໄດ້ລົງກວດກາບັນດາການຊ້ອມຮົບທາງອາກາດຄັ້ງທີ 2 ພາຍໃນເວລາ 3 ວັນ, ໃນຂະນະທີ່ ອາເມລິກາ ແລະ ສ.ເກົາຫຼີ ໄດ້ຕັດສິນໂຈະບັນດາການຊ້ອມຮົບທາງອາກາດຮ່ວມ ແນໃສ່ສ້າງເງື່ອນໄຂໃຫ້ແກ່ການເຈລະຈາປອດນິວເຄຼຍກັບ ພຽງຢາງ. ການນຳ Kim Jong-un ຢືນຢັນວ່າ ຄວາມຈຳເປັນຕ້ອງດຳເນີນການຊ້ອມຮົບບໍ່ປະຈຳໄລຍະໃນສະໜາມຮົບຈຳລອງ ແນໃສ່ຮັບປະກັນຄວາມກຽມພ້ອມສູ້ຮົບຂອງບັນດາກົມກອງທະຫານ ສປປ.ເກົາຫຼີ.

        ກ່ອນໜ້ານັ້ນ, ວັນທີ 17 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ກະຕຸກຊຸກຍູ້ການນຳ ສປປ.ເກົາຫຼີ Kim Jong-un ມີການກະທຳຢ່າງວ່ອງໄວ ເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບເລື່ອງປະລະໂຄງການອາວຸດນິວເຄຼຍຂອງ ພຽງຢາງ. ໃນສື່ສັງຄົມອອນລາຍ Twitter, ທ່ານ Donald Trump ໄດ້ສະເໜີຄຳໝັ້ນໝາຍ “ພົບປະຄືນໃໝ່” ກັບການນຳ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ