ສ​ປ​ປ​.ເກົາຫຼີ ​ອາດ​ຈະບໍ່​ປະ​ຕິ​ເສດ​ການ​ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ​ຈາກ ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ

(VOVWORLD) -ສປປ.ເກົາຫຼີ ອາດຈະບໍ່ປະຕິເສດການໜູນຊ່ວຍດ້ານມະນຸດສະທຳລວມ ຂອງ ສ.ເກົາຫຼີ ແລະ ອາເມລິກາ. ຂໍ້ສັງເກດດັ່ງກ່າວ ເຈົ້າໜ້າທີ່ຂັ້ນສູງ ທ່ານໜຶ່ງ ຢູ່ ກະຊວງເອກະພາບ ສ.ເກົາຫຼີ ຍົກອອກມາໃນວັນທີ 20 ຕຸລາ ໃນສະພາບການ ທີ່ປະເທດນີ້ ແລະ ອາເມລິກາ ພວມຍູ້ແຮງການປຶກສາຫາລື ເພື່ອແນໃສ່ນຳສປປ.ເກົາຫຼີ ກັບຄືນສູ່ການເຈລະຈາ.

ສ​ປ​ປ​.ເກົາຫຼີ ​ອາດ​ຈະບໍ່​ປະ​ຕິ​ເສດ​ການ​ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ​ຈາກ ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ - ảnh 1ລົດຂົນສົ່ງເຂົ້າສານຂອງ ສ.ເກົາຫຼີ ໄປຍັງ ສປປ.ເກົາຫຼີ (ພາບ: TTXVN)

ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ເຊີອູນ ແລະ ວໍຊິງຕັນ ໄດ້ ແລະ ພວມຕັ້ງໜ້າ ຊອກຫາມາດຕະການ, ລວມມີ ທັງການໜູນຊ່ວຍດ້ານມະນຸດສະທຳ, ພິເສດແມ່ນໃນສະພາບການເກີດໂລກລະບາດໂຄວິດ - 19. ເມື່ອແລກປ່ຽນກັບວົງການນັກຂ່າວ, ເຈົ້າໜ້າທີ່ຄົນດັ່ງກ່າວ ໃຫ້ຮູ້ວ່າ ອາເມລິກາ ເຫັນດີໜູນຊ່ວຍ ສປປ.ເກົາຫຼີ ກ່ຽວກັບການເບິ່ງແຍງດູແລສຸຂະພາບ, ສະໜອງນ້ຳສະອາດ ແລະ ຄວບຄຸມໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ.

ມາຮອດປັດຈຸບັນ ຍັງບໍ່ທັນມີການຮ່ວມມືດ້ານມະນຸດສະທຳລວມໃດ ລະຫວ່າງ ສ.ເກົາຫຼີ ແລະ ອາເມລິກາ ທີ່ສະຫງວນໃຫ້ແກ່ ສປປ.ເກົາຫຼີ. ເພາະສະນັ້ນ, ເຈົ້າໜ້າທີ່ຄົນດັ່ງກ່າວຖືວ່າ ສປປ.ເກົາຫຼີ ຈະບໍ່ປະຕິເສດການເຄື່ອນໄຫວໜູນຊ່ວຍດ້ານມະນຸດສະທຳນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ