ສປປ.ເກົາຫຼີ, ອາເມລິຫາຫາກໍ່ດຳເນີນຮອບເຈລະຈາຂັ້ນນັກວິຊາການ

(VOVWORLD) -ວັນທີ 14 ສິງຫາ, ແຫຼ່ງຂ່າວຈາກທາງການທູດໃຫ້ຮູ້ວ່າ, ສປປ.ເກົາຫຼີ ແລະ ອາເມລິກາ ໄດ້ດຳເນີນການເຈລະຈາຂັ້ນນັກວິຊາການຄັ້ງຫຼ້າສຸດຢູ່ບ້ານຢຸດຮົບ Panmunjom ໃນທ້າຍອາທິດຜ່ານມາ.

ບັນດາບາດກ້າວຕໍ່ໄປຂອງສປປ.ເກົາຫຼີ ໃນວິວັດການປອດນິວເຄຼຍ ແລະ ບັນຫາອອກຖະແຫຼງການທາງການສິ້ນສຸດສົງຄາມເກົາຫຼີ (1950 - 1953) ເຊິ່ງໄດ້ຮັບຖືວ່າແມ່ນໂຄງການດຳເນີນງານຂອງບັນດາການເຈລະຈາ. ວົງການເຈົ້າໜ້າທີ່ສປປ.ເກົາຫຼີ  ແລະ ອາເມລິກາ ໄດ້ປຶກສາຫາລືຫຼາຍມາດຕະການ “ລະອຽດ”, ແຕ່ບໍ່ແຈ້ງໃຫ້ຮູ້ຂໍ້ມູນລາຍລະອຽດເທື່ອ.

        ພຽງຢາງ ແລະ ວໍຊິງຕັນ ອາດສາມາດດຳເນີນຮອບເຈລະຈາຂັ້ນນັກວິຊາການຄັ້ງຕໍ່ໄປຢູ່ Panmunjom ໃນອາທິດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ