ສປປ.ເກົາຫຼີ ຮຽກຮ້ອງ ສ.ເກົາຫຼີ ປະລະບັນດາການຊ້ອມຮົບຮ່ວມກັບ ອາເມລິກາ

(VOVWORLD) - ວັນທີ 16 ກຸມພາ, ສປປ.ເກົາຫຼີ ໄດ້ຮຽກຮ້ອງ ສ.ເກົາຫຼີ ປະລະບັນດາການຊ້ອມຮົບຮ່ວມກັບ ອາເມລິກາ ແນໃສ່ປັບປຸງການພົວພັນລະຫວ່າງ 2 ພາກ ເກົາຫຼີ ກ່ວາອີກ,

ພ້ອມທັງ ຢືນຢັນຄືນໃໝ່ ຄວາມຕັດສິນໃຈຂອງ ພຽງຢາງ ໃນການຊຸກຍູ້ກຳລັງຄວາມສາມາດດ້ານນິວເຄຼຍ. ຕາມສຳນັກຂ່າວສານ Kyodo ແລ້ວ, ໃນບົດວິຈານ ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຄ້າຍວັນເກີດຂອງອະດີດການນຳ Kim Jong-Il, ເວັບໄຊ Uriminzokkiri ຂອງ ສປປ.ເກົາຫຼີ ເນັ້ນໜັກວ່າ: “ຄວນຢຸດຕິ” ບັນດາການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ ຕະຫລອດການ, ເຊິ່ງພວມໂຈະໄວ້ໃນໄລຍະດຳເນີນ Olympic ລະດູໜາວ ແລະ Paralympics ຢູ່ PyeongChang (ສ.ເກົາຫຼີ). ຕາມເວັບໄຊດັ່ງກ່າວແລ້ວ ເພື່ອປັບປຸງການພົວພັນລະຫວ່າງ 2 ພາກ ເກົາຫຼີ ກໍ່ຄືບັນລຸໄດ້ບາດກ້າວບຸກທະລຸມຸ່ງໄປເຖິງຄວາມເອກະພາບຄືນໃໝ່ ຄວນຫລຸດຜ່ອນຄວາມເຄັ່ງຕຶງການທະຫານ ແລະ ຖືນີ້ ແມ່ນບຸລິມະສິດແຖວໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ