ສປປ.ເກົາຫຼີ ຮຽກຮ້ອງ ສ.ເກົາຫຼີ ແລະ ອາເມລິກາ ລົບລ້າງການຊ້ອມຮົບຮ່ວມ

ສປປ.ເກົາຫຼີ ຮຽກຮ້ອງ ສ.ເກົາຫຼີ ແລະ ອາເມລິກາ ລົບລ້າງການຊ້ອມຮົບຮ່ວມ - ảnh 1
(ພາບປະກອບ)

(vovworld) – ​ໂຄສົກ​ຂອງ​ຄະນະ​ກຳມະການ​ທ້ອນ​ໂຮມ​ຊາດ​ເປັນ​ເອກະ​ພາບ, ສັນຕິພາບ ສປປ.​ເກົາຫຼີ (CPRK) ຖື​ວ່າ ​ເລື່ອງ ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ປະກາດ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ຊຶ່ງ​ຄາດ​ວ່າ​ຈະ​ເລີ່​ມດຳ​ເນີນ​ໃນ​ເດືອນໜ້າ ກໍ່​ເຊັ່ນ​ດຽວກັນ​ກັບ​ຖະ​ແຫຼງການປະກາດ​ສົງຄ​າມນີວ​ເຄຍ. ໂຄສົກ​ຂອງ​ຄະນະ​ກຳມະການ​ທ້ອນ​ໂຮມ​ຊາດ​ເປັນ​ເອກະ​ພາບ, ສັນຕິພາບ ສປປ.​ເກົາຫຼີ ຊີ້​ແຈ້ງວ່າ​ພຽງຢ່າງ​ກ່າວ​ເຕືອນ ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ ບໍ່​ໄດ້​ດຳ​ເນີນ​ບັນດາ​ການ​ຊ້ອມ​ຮົບ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະພາບ​ການ​ໃນແຫຼມ ​ເກົາຫຼີ ກໍ່​ຄື​ການ​ພົວພັນ​ລະຫວ່າງ​ສອງ​ພາກ​ ເກົາຫຼີ ກາຍ​ເປັນ​ໂສກ​ນາດຕະກຳ. ຕົ້ນ​ເດືອນນີ້, ສປປ.​ເກົາຫຼີ ​ໄດ້​ປະຕິ​ເສດ​ຂໍ້​ສະ​ເໜີຂອງ​ປະທານາທິບໍດີ ສ.​ເກົາຫຼີ Park Geun – Hye ກ່ຽວກັບ​ເລື່ອງ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຈັດຕັ້ງການ​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່ຖືກ​ພັດ​ພາກ​ຈາກ​ກັນ​ໃນ​ສົງຄາມ ​ເກົາຫຼີ(1950 – 1953) ດ້ວຍ​ເຫດຜົນ​ສະພາບ​ການ​ບໍ່​ເໝາະສົມ​ເພື່ອ​ຈັດຕັ້ງການ​ເຄື່ອ​ນ​ໄຫວ​ດັ່ງກ່າວ​ຍ້ອນ​ບັນດາ​ການ​ຊ້ອມ​ຮົບ​ຂອງ ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ