ສປປ.ເກົາຫຼີ ຮຽກຮ້ອງ ອາເມລິກາ ປະລະນະໂຍບາຍເປັນປໍລະປັກ

(VOVWORLD) -ອາເມລິກາ ແລະ ສປປ.ເກົາຫຼີ ໄດ້ພົບປະກັນມາເປັນເວລາ 3 ຄັ້ງ ນັບແຕ່ເດືອນ ມິຖຸນາ 2018 ມາຮອດປັດຈຸບັນ, ແຕ່ການພົວພັນລະຫວ່າງສອງຝ່າຍ ຍັງບໍ່ມີຄວາມຄືບໜ້າພໍປານໃດ.

ສໍານັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ວັນທີ 18 ພະຈິກ ໄດ້ຄັດສະໜີຄໍາກ່າວປາໄສຂອງທ່ານ Kim Kye – gwan, ອະດີດທູດພິເສດ ດ້ານນິວເຄຼຍຂັ້ນສູງຂອງ ສປປ.ເກົາຫຼີ ໂດຍຖືວ່າ ອາເມລິກາ ແລະ ສປປ.ເກົາຫຼີ ໄດ້ພົບປະກັນມາເປັນເວລາ 3 ຄັ້ງ ນັບແຕ່ເດືອນ ມິຖຸນາ 2018 ມາຮອດປັດຈຸບັນ, ແຕ່ການພົວພັນລະຫວ່າງສອງຝ່າຍ ຍັງບໍ່ມີຄວາມຄືບໜ້າພໍປານໃດ. ກອງປະຊຸມສຸດຍອດທັງສອງຄັ້ງທີ່ຈັດຂຶ້ນຫວ່າງມໍ່ໆມານີ້ ສຸດທ້າຍກໍພຽງແຕ່ຮັບໃຊ້ຜົນປະໂຫຍດຂອງ ອາເມລິກາ ເທົ່ານັ້ນ. ດັ່ງນັ້ນ, ປັດຈຸບັນ, ສປປ.ເກົາຫຼີ ບໍ່ຢາກຈັດຕັ້ງບັນດາກອງປະຊຸມທີ່ບໍ່ມີປະສິດທິຜົນກັບ ອາເມລິກາ ອີກແລ້ວ ແລະ ກໍບໍ່ສ້າງໂອກາດໃຫ້ ທ່ານປະທານາທິບໍດີ ອາເມລິກາ ອວດອ້າງ ຜົນງານຂອງຕົນອີກຕໍ່ໄປ ຖ້າຫາກ ສປປ.ເກົາຫຼີ ບໍ່ໄດ້ຮັບຜົນປະໂຫຍດ. ທີ່ປຶກສາກະຊວງການຕ່່າງປະເທດ ສປປ.ເກົາຫຼີ ກໍກ່າວຫາ ອາເມລິກາ ວ່າ ຕັ້ງໃຈເຮັດໃຫ້ຫາງສຽງເຊື່ອວ່າ ມີຄວາມຄືບໜ້າດີໃນບັນຫານິວເຄຼຍໃນແຫຼມເກົາຫຼີ ເພື່ອແນໃສ່ແກ່ຍາວເວລາຕື່ມອີກ, ພ້ອມທັງກະຕຸກຊຸກຍູ້ ອາເມລິກາປະລະນະໂຍບາຍເປັນປໍລະປັກກັບ ສປປ.ເກົາຫຼີ ຖ້າຫາກ ມີຄວາມປາດຖະໜາຢາກເຈລະຈາກັນຢ່າງແທ້ຈິງ.

        ໃນວັນດຽວກັນ, KCNA ກໍໄດ້ຄັດສະເໜີຖະແຫຼງການຂອງທ່ານ Kim Yong – chol, ອະດີດທູດພິເສດ ເຊິ່ງເປັນຜູ້ຮັບຜິດຊອບການເຈລະຈານິວເຄຼຍ ສປປ.ເກົາຫຼີ, ໂດຍໄດ້ເນັ້ນໜັກວ່າ ສິ່ງທີ່ ສປປ.ເກົາຫຼີ ຮຽກຮ້ອງ ອາເມລິກາ ແມ່ນ ຖອນທັບອອກຈາກບັນດາການກະທໍາຊ້ອມຮົບຮ່ວມກັບ ສ.ເກົາຫຼີ ຫຼື ຢຸດຕິບັນດາການກະທໍາຊ້ອນຮົບດັ່ງກ່າວຢ່າງສິ້ນເຊີງ.

        ດິ່ງຕ໊ວນ - ນັກຂ່າວ VOV ປະຈໍາຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ