ສປປ.ເກົາຫຼີ ຮຽກຮ້ອງໃຫ້ບັນດາປະເທດຍົກເລີກຄຳສັ່ງລົງໂທດເສດຖະກິດ

(VOVWORLD) -  ວັນທີ 20 ພຶດສະພາ, ສປປ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ຍົກເລີກບັນດາມາດຕະການລົງໂທດເສດຖະກິດໂດຍໄວ ໃນສະພາບການທີ່ໂລກລະບາດໂຄວິດ-19 ພວມແຜ່ລະບາດໃນໂລກ, ຮຽກຮ້ອງໃຫ້ມີການຮ່ວມມືທົ່ວໂລກ.
ສປປ.ເກົາຫຼີ ຮຽກຮ້ອງໃຫ້ບັນດາປະເທດຍົກເລີກຄຳສັ່ງລົງໂທດເສດຖະກິດ - ảnh 1 ຊາວນາຢູ່ແຂວງ Hamgyong ໃຕ້, ສປປ.ເກົາຫຼີ (ພາບ: AFP/TTXVN)

        ສປປ.ເກົາຫຼີ ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ໃນເອກະສານທີ່ສົ່ງເຖິງສະພາສາທາລະນະສຸກໂລກ - ອົງການກຳນົດແຜນນະໂຍບາຍຂອງອົງການອະນາໄມໂລກ (WHO), ດຳເນີນກອງປະຊຸມທາງອອນລາຍໃນລະຫວ່າງວັນທີ 18 – 19 ພຶດສະພາ ແລະກໍ່ໃນເອກະສານສະບັບດັ່ງກ່າວ, ສປປ.ເກົາຫຼີ ສືບຕໍ່ຢືນຢັນວ່າ ປະເທດນີ້ ບໍ່ມີກໍລະນີຕິດເຊື້ອໂຄວິດ-19 ຍ້ອນປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຕາມຄຳສັ່ງຂອງການນຳ Kim Jong-un ຢ່າງມີປະສິດທິຜົນ.

        ເນື່ອງໃນໂອກາດນີ້, ສປປ.ເກົາຫຼີ ກໍ່ຮຽກຮ້ອງໃຫ້ບັນດາປະເທດຍົກເລີກບັນດາມາດຕະການຈຳກັດດ້ານເສດຖະກິດ, ການເງິນ ແລະ ການຄ້າພຽງລຳພັງຝ່າຍດຽວ ກໍ່ຄືບັນດາມາດຕະການລົງໂທດທີ່ໄຮ້ມະນຸດສະທຳ. ພຽງຢາງ ກໍ່ຮຽກຮ້ອງໃຫ້ບັນດາປະເທດ ບໍ່ຫັນໂຄງການອຸປະຖຳເປັນເລື່ອງການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ