ສປປ.ເກົາຫຼີ ເຊີນນັກ ສັງເກດການສາກົນ ຕິດຕາມການຍິງດາວທຽມໃໝ່

ສປປ.ເກົາຫຼີ ເຊີນນັກ ສັງເກດການສາກົນ ຕິດຕາມການຍິງດາວທຽມໃໝ່ - ảnh 1
( ພາບປະກອບ )
( vovworld ) - ສຳນັກ​ຂ່າວສານ​ສູນ​ກາງ​ສປປ.​ເກົາຫຼີ ຈະ​ເຊີນ​ນັກ​ສັງ​ເກດ​ການ​ສາກົນ​​ມາ​ຕິດຕາມ​ການ​ຍິງ​ດາວ​ທຽມ​ໃໝ່​ຂອງ​ປະ​ເທດ​ນີ້. ຕາມ​ນັ້ນ​ແລ້ວ, ຄະນະ​ກຳມະການ​ເຕັກ​ໂນ​ໂລ​ຊີ​ອາ​ວະ​ກາດ​ສປປ.​ເກົາຫຼີ ( KCST ) ຈະ​ເຊີນ​ບັນດາ​ຜູ້​ຊ່ຽວຊານ​ສາກົນ​ທີ່​ມີ​ປະສົບ​ການ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ ​ແລະ ວິທະຍາສາດ​ອາ​ວະ​ກາດ ພ້ອ​ມກັບ​ບັນດາ​ນັກ​ໜັງສື​ພິມ​ມາ​ຢ້ຽມຢາມສະຖານີຍິງດາວ​ທຽມ Sohae, ສູນບັນຊາ ​ແລະ ຄວບ​ຄຸມດາວ​ທຽມ​ລວມ ກໍ​ຄື​ບັນດາ​ສະຖານ​ທີ່​ອື່ນ​ເພື່ອ​ຕິດຕາມ​ການ​ຍິງ​ດາວ​ທຽມ​ນີ້. ວັນ​ທີ 16/3, ສປປ.​ເກົາຫຼີ ​ໃຫ້​ຮູ້​ວ່າ ຈະ​ຍິງ​ດາວ​ທຽມ​ສັງ​ເກດ​ໜ່ວຍ​ໂລກໃນ​ລະຫວ່າງວັນ​ທີ 12 – 16/4 ​ເພື່ອ​ສະ​ເຫຼີ​ມສະ​ຫຼອງ​ວັນ​ຄ້າຍ​ວັນ​ເກີດ​ທ່ານ​ອາ​ດິດ ປະທານ Kim Il Sung ຄັ້ງ​ທີ 100. ພາຍຫຼັງ​ຖະ​ແຫຼ​ງກ່ຽວ​ກັບ​ແຜນການ​ຍິງ​ດາວ​ທຽມ​ດັ່ງກ່າວ​ຂອງ​ສປປ.​ເກົາຫຼີ, ຈີນ ​ແລະ ລັດ​ເຊຍ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ, ​ໃນ​ຂະນະ​ນັ້ນ ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ກໍ​ສະ​ແດງ​ປະຕິກິລິຍາ​ກ່ຽວ​ກັບ​ແຜນການ​ນີ້.
ຂ່າວ/ບົດ​ອື່ນ