ສປປ.ເກົາຫຼີ ເຜີຍໃຫ້ຮູ້ຕົວຢ່າງຫົວລູກນິວເຄຼຍລຸ້ນໃໝ່

(VOVWORLD) -ບັນດາພາບຖ່າຍດັ່ງກ່າວໄດ້ຮັບຄວາມສົນໃຈຈາກວົງການເຈົ້າໜ້າທີ່ດ້ານການທະຫານ ແລະ ຫາງສຽງສາກົນຢ່າງໄວ.
ສປປ.ເກົາຫຼີ ເຜີຍໃຫ້ຮູ້ຕົວຢ່າງຫົວລູກນິວເຄຼຍລຸ້ນໃໝ່ - ảnh 1ການໄປສຳຫຼວດໂຄງການອາວຸດນິວເຄຼຍຂອງການນຳ ສປປ.ເກົາຫຼີ Kim Jong Un
(ພາບ: KCNA)

        ວັນທີ 28 ມີນາ, ສຳນັກຂ່າວສານແຫ່ງລັດ ສປປ.ເກົາຫຼີ (KCNA) ໄດ້ແຈ້ງໃຫ້ຊາບກ່ຽວກັບການໄປສຳຫຼວດໂຄງການອາວຸດນິວເຄຼຍຂອງການນຳ ສປປ.ເກົາຫຼີ Kim Jong Un, ໃນນັ້ນ, ມີຮູບຖ່າຍຫຼາຍແຜ່ນກ່ຽວກັບຫົວລູກນິວເຄຼຍຢ່າງໜ້ອຍສຸດ 10 ຫົວ, ບັນດາຮູບແບບຂອງລູກສອນໄຟນຳວິຖີໄລຍະຍາວ Hwasal-2, ລູກສອນໄຟລະບົບຈະຫຼວດຫຼາຍລູກ KN – 25 600mm ແລະ ລູກສອນໄຟນຳວິຖີໄລຍະສັ້ນ KN-23. ໃນນັ້ນ, ເປັນໜ້າສົນໃຈທີ່ສຸດແມ່ນຮູບຖ່າຍກ່ຽວກັບຫົວລູກນິວເຄຼຍລຸ້ນໃໝ່, Hwasan-31.

        ບັນດາພາບຖ່າຍດັ່ງກ່າວໄດ້ຮັບຄວາມສົນໃຈຈາກວົງການເຈົ້າໜ້າທີ່ດ້ານການທະຫານ ແລະ ຫາງສຽງສາກົນຢ່າງໄວ. ປະຕິກິລິຍາຕໍ່ຂໍ້ມູນຂ່າວຫຼ້າສຸດກ່ຽວກັບໂຄງການອາວຸດນິວເຄຼຍຂອງ ສປປ.ເກົາຫຼີ, ໂຄສົກຫ້ອງວ່າການນາຍົກລັດຖະມົນຕີສ.ເກົາຫຼີ, ທ່ານ Lee Do woon ໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Yoon Suk Yeol ໄດ້ຊີ້ນຳກະຊວງທ້ອນໂຮມປະເທດ ສ.ເກົາຫຼີ ຢຸດຕິການສະໜອງບ້ວງເງິນຊ່ວຍເຫຼືອໃຫ້ແກ່ ສປປ.ເກົາຫຼີ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ