ສປປ.ເກົາຫຼີ ແລະ ຍີ່ປຸ່ນ ເຊື່ອມຕໍ່ການເຈລະຈາຢູ່ ຈີນ

ສປປ.ເກົາຫຼີ ແລະ ຍີ່ປຸ່ນ ເຊື່ອມຕໍ່ການເຈລະຈາຢູ່ ຈີນ - ảnh 1
(ພາບປະກອບ: Kyodo)

(vovworld) -     ວັນ​ທີ 19/03, ຢູ່​ນະຄອນ ​ເຊີນ​ຢາງ ຂຶ້ນ​ກັບ​ແຂວງ ຫຼຽວ​ໜິງ, ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ ຈີນ, ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູດ ​ແລະ ສະພາກາ​ແດງ ທີ່ມາ​ຈາກ​ ສປປ.​ເກົາຫຼີ ​ແລະ ຍີ່ປຸ່ນ ​ໄດ້​ເຊື່ອມ​ຕໍ່​ການ​ເຈລະຈາ​ຄືນ​ໃໝ່, ​ໂດຍສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ແງ່​ຫວັງຟື້ນ​ຟູ​ບັນດາ​ການ​ເຈລະຈາ​ທາງ​ການ​ລະຫວ່າງ​ລັດຖະບານ 2 ປະ​ເທດ. ​ໃນ​ຂອບ​ເຂດ​ການ​ເຈລະ​ຈາ, ບັນດາ​​ເຈົ້າ​ໜ້າ​ທີ່​ການ​ທູດ ​ແລະ ສະພາກາ​ແດງ 2 ປະ​ເທດ ສືບ​ຕໍ່​ປຶກສາ​ຫາລື​​ເລື່ອງ​ຊອກ​ຫາ, ທ້ອນ​ໂຮມ ​ແລະ ສົ່ງອັດຖິ​ບັນດາ​ພົນລະ​ເມືອງ​ຍີ່ປຸ່ນ ທີ່​ເສຍ​ຊີວິດຢູ່​ສປປ.​ເກົາຫຼີ ​​ໃນ​ສົງຄາມ ​ແລະ ຫຼັງ​ສົງຄາມໂລກ​ຄັ້ງ​ທີ 2 ກັບ​ເມື່ອ​ປະ​ເທດ.

        ຕາມ​ລັດຖະ​ບານ​ຍີ່ປຸ່ນ ​ແລ້ວ, ມີ​ປະຊາຊົນປະ​ເທດ​ນີ້ປະມານ 34.600 ຄົນ​ຖືກ​ຖືວ່າ​​ໄດ້ເສຍ​ຊີວິດ​ໃນ​ສົງຄາມ ​​ແຕ່ມາ​ຮອດ​ປະຈຸ​ບັນພຽງ​ແຕ່​ມີ​ນຳ​ອັດຖິ 13.000 ຊຸກ​ຖືກ​ສົ່ງເມື່ອ​ປະ​ເທດ.

ຂ່າວ/ບົດ​ອື່ນ