ສ.ປ.ປ.ເກົາຫຼີ ແລະ ສ.ເກົາຫຼີ ສືບຕໍ່ເຈລະຈາກ່ຽວກັບບັນຫາ Kaesong

ສ.ປ.ປ.ເກົາຫຼີ ແລະ ສ.ເກົາຫຼີ ສືບຕໍ່ເຈລະຈາກ່ຽວກັບບັນຫາ Kaesong - ảnh 1
ນັກເຈລະຈາ 3 ຂອງສ.ປ.ປ.ເກົາຫຼີ ແລະ ສ.ເກົາຫຼີ ໄດ້ເລີ່ມດຳເນີນຮອບເຈລະຈາຂັ້ນນັກວິຊາ ການຄັ້ງ​ທີ 2
(ພາບ: ຂ່າວສານຫວຽດນາມ)

Vovworld- ​ແຫຼ່ງຂ່າວຈາກກະຊວງທ້ອນໂຮມຊາດແຫ່ງສ.ເກົາຫຼີໃຫ້ຮູ້ວ່າ ວັນທີ 10/7, ສ.ປ.ປ.ເກົາຫຼີ ແລະ ສ.ເກົາຫຼີ ໄດ້ເລີ່ມດຳເນີນຮອບເຈລະຈາຂັ້ນນັກວິຊາ ການຄັ້ງ​ທີ 2 ຢູ່​ເຂດ​ອຸດສາຫະກຳ​ຮ່ວມ Kaesong ທີ່​ນະ​ຄອນ​ຊາຍ​ແດນ Kaesong ຂອງ ສ.ປ.ປ.ເກົາຫຼີ.  ກະຊວງທ້ອນໂຮມຊາດແຫ່ງສ.ເກົາຫຼີຍັງໃຫ້ຮູ້ວ່າ ນັກເຈລະຈາ 3 ຄົນ ຂອງແຕ່ລະຝ່າຍໄດ້ເລີ່ມສົນທະນາໃນເວລາ 10 ໂມງ 35 ນາທີຂອງເຊົ້າວັນທີ 10/7 ຕາມເວລາທ້ອງຖິ່ນ. ກ່ອນໜ້ານັ້ນ, ທີ່ຮອບເຈລະຈາ ຂັ້ນນັກວິຊາ ການຄັ້ງ​ທີ 1 ຊຶ່ງໄດ້ດຳເນີນເມື່ອວັນທີ 7/7, ເຊີອູນ ແລະ ພຽງຢາງ ໄດ້ເຫັນດີເປັນເອກະສັນບົນຫຼັກການຟື້ນຟູການເຄື່ອນໄຫວຂອງ ເຂດ​ອຸດສາ ຫະກຳ​ຮ່ວມ Kaesong ຄືນໃໝ່. ນອກຈາກນັ້ນ, ສ.ປ.ປ.ເກົາຫຼີ ຈະອະນຸຍາດ ໃຫ້ບັນດາວິ​ສາ​ຫະກິດ ສ.ເກົາຫຼີ ​ໄປ​ກວດກາ​ບັນດາ​ໂຮງງານ​ຢູ່ Kaesong ​ແລະ ກວດ​ເຊັກ​ບັນດາ​ພາຫະນະ​ເຄື່ອງຈັກ​ເພື່ອ​ຫຼຸດຜ່ອນ​ຄວາມ​ເສຍ​ຫາຍ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ລະດູຝົນ. ສ.ປ.ປ.ເກົາຫຼີ ຍັງ​ເຫັນ​ດີ​ມອບ​ສົ່ງ​ຄືນ​ບັນດາ​ວັດຖຸ​ເຄື່ອງ​ຂອງ​ທີ່​ຍັງ​ມ້ຽນ​ໄວ້​ຢູ່ Kaesong ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​​ໃນ​ການ​ໄປມາ​ເຂົ້າ​ເຂດ​ອຸດສາຫະກຳ​ນີ້ໃຫ້​ແກ່​ບັນດາ​ພາລະ​ກອນ​ຂອງບໍລິສັດ​ຕ່າງໆ.

  “ ກ່ຽວ​ກັບ​ລັດຖະທຳ​ມະນູນ, ຕ້ອງສືບ​ຕໍ່​ຮັບ​ເອົາ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນ. ສ່ວນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ, ​ແມ່ນ​ສະ​ເໜີ​ລັດຖະບານ​ໃຫ້ການ​ຊີ້​ນຳ​ອົງການ​ຮຽບຮຽງ​ສົມທົບ​ກັບ​ອົງການ​ກວດກາ​ປະຕິບັດ​ສຳ​ເລັດການ​ຮັບ​ເອົາ​ຄຳ​ເຫັນ, ​ແລ້ວ​ນຳ​ມາ​ປຶກສາ​ຫາລື​ຕໍ່​ລັດຖະບານ​ອີກ​ຄັ້ງ​ໜຶ່ງ ​ເພື່ອ​ລາຍ​ງານ​ຕໍ່​ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ ”

ຂ່າວ/ບົດ​ອື່ນ