ສປປ.ເກົາຫຼີ ແລະ ອາເມລິກາ ຈັດກອງປະຊຸມບໍ່ເປັນທາງການຢູ່ສິງກະໂປ

ສປປ.ເກົາຫຼີ ແລະ ອາເມລິກາ ຈັດກອງປະຊຸມບໍ່ເປັນທາງການຢູ່ສິງກະໂປ - ảnh 1
ທ່ານ​ຫົວໜ້າ​ຄະນະ​ເຈລະຈາ​ນິວ​ເຄຼຍສປປ.​ເກົາຫຼີ Ri Yong Ho (ເບື້ອງຂວາ)
(ພາບ: Sky News)


(vovworld) – ວັນ​ທີ 18/01, ຢູ່​ສິງກະ​​ໂປ, ທ່ານ​ຫົວໜ້າ​ຄະນະ​ເຈລະຈາ​ນິວ​ເຄຼຍສປປ.​ເກົາຫຼີ Ri Yong Ho ​ແລ​ະ ຄະນະ​ເຈລະຈາ​ອາ​ເມລິ​ກາ ລວມທັງ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ແລະ ວົງ​ການ​ນັກຮຽນ​ຮູ້​ໄດ້​ມີ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຫຼາຍ​ບັນຫາ, ​ໃນ​ນັ້ນ​ມີ​ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ ​ແລະ ​ໂຄງການ​ລູກ​ສອນ​ໄພ​ຂອງ​ສປປ.​ເກົາຫຼີ. ​ແຈ້ງ​ການ​ຂອງ​ສະຖານທູດ​ອາ​ເມລິ​ກາ ປະຈຳ​ສິງກະ​​ໂປ ​ເນັ້ນ​ໜັກ​ວ່າ, ລັດຖະບານ​ອາ​ເມ​ລິ​ກາ ບໍ່​ກ່ຽວ​ຂ້ອງ​ເຖິງກອງ​ປະຊຸ​ມຢູ່​ສິງກະ​ໂປ. ນີ້ພຽງ​ແຕ່​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ພົບ​ປະ “ທາງ​ການ​ທູດ 2 ຝ່າຍ” ​ເພື່ອປຶກສາ​ຫາລືບັນດາ​ບັນຫາ​ການ​ເມືອງ, ​ຄວາມ​ສະຫງົບ​ຢູ່​ອາຊີ​ຕາ​ເວັນ​ອອກ​ເທົ່າ​ນັ້ນ, ຫາກບໍ່​ເຕື້ອງ​ເຖິງ​ເນື້ອ​ໃນ​ລະອຽດ​ຂອງ​ກອງ​ປະຊຸມ.

ຂ່າວ/ບົດ​ອື່ນ