ສປປ.ເກົາຫຼີ ໃຫ້ຂ່າວກ່ຽວກັບບັນດາເຫດຍິງລູກສອນໄຟ

(VOVWORLD) -ຮຸ່ງເຊົ້າວັນທີ 01 ມັງກອນ 2023 ສປປ.ເກົາຫຼີ ໄດ້ນຳໃຊ້ຖານຍິງດັ່ງກ່າວ ຍິງຫຼາຍຄັ້ງສູ່ເຂດທະເລຕາເວັນອອກ.
ສປປ.ເກົາຫຼີ ໃຫ້ຂ່າວກ່ຽວກັບບັນດາເຫດຍິງລູກສອນໄຟ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 01 ມັງກອນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ ໃຫ້ຂ່າວວ່າ ຄະນະກຳມະການເສດຖະກິດທີ 2 ຂອງປະເທດນີ້ໄດ້ດຳເນີນການທົດລອງນຳໃຊ້ຖານຍິງລູກສອນໄຟຫຼາຍເລົາຂະໜາດໃຫຍ່ໃນຕອນເຊົ້າວັນທີ 31 ທັນວາ 2022 ຕໍ່ໜ້າຄະນະບໍລິຫານງານສູນກາງພັກແຮງງານ ສປປ.ເກົາຫຼີ ເພື່ອຕີລາຄາກຳລັງຄວາມສາມາດຂອງຖານຍິງດັ່ງກ່າວ. ຕາມ KCNA ແລ້ວ, ຖານຍິງດັ່ງກ່າວໄດ້ຍິງ 3 ຄັ້ງຖືກເປົ້າໝາຍຢູ່ທະເລທາງທິດຕາເວັນອອກ. ນອກນັ້ນ, KCNA ກໍ່ແຈ້ງໃຫ້ຊາບວ່າ, ຮຸ່ງເຊົ້າວັນທີ 01 ມັງກອນ 2023 ສປປ.ເກົາຫຼີ ໄດ້ນຳໃຊ້ຖານຍິງດັ່ງກ່າວ ຍິງຫຼາຍຄັ້ງສູ່ເຂດທະເລຕາເວັນອອກ. ກ່ອນໜ້ານັ້ນໃນວັນດຽວກັນ, ສຳນັກຂ່າວສານ Yonhap ຂອງ ສ.ເກົາຫຼີ ໄດ້ຄັດຄຳເວົ້າຂອງກອງທັບປະເທດນີ້ໂດຍໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີລູກໜຶ່ງອອກສູ່ເຂດທະເລຕາເວັນອອກຂອງປະເທດນີ້. ຕາມວົງການເຈົ້າໜ້າທີ່ ຍີ່ປຸ່ນ, ເບິ່ງຄືວ່າວັດຖຸບິນໄດ້ຕົກຢູ່ນອກເຂດເສດຖະກິດພິເສດຂອງ ຍີ່ປຸ່ນ ແລະ ບໍ່ກໍ່ຄວາມເສຍຫາຍຕໍ່ເຮືອບິນ ຫຼື ກ່ຳປັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ