ສປປ.ເກົາຫຼີກ່າວປະນາມການຊ້ອມຮົບທະຫານປືນໃຫຍ່ດ້ວຍຂອບຂະໜາດໃຫຍ່ຂອງສ.ເກົາຫຼີ

ສປປ.ເກົາຫຼີກ່າວປະນາມການຊ້ອມຮົບທະຫານປືນໃຫຍ່ດ້ວຍຂອບຂະໜາດໃຫຍ່ຂອງສ.ເກົາຫຼີ - ảnh 1
​ການຊ້ອມ​ຮົບທະຫານ​ປືນ​ໃຫຍ່ ສ.​ເກົາຫຼີ
(ພາບ: yonhap)


(vovworld) - ວັນ​ທີ 21/08 ສປປ.​ເກົາຫຼີ ກ່າວ​ປະນາມ​ການຊ້ອມ​ຮົບທະຫານ​ປືນ​ໃຫຍ່​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຂອງ​ກອງທັບ ສ.​ເກົາຫຼີ, ຖື​ນີ້​ແມ່ນ​ການ​ກະທຳ​ເກາະ​ຜິດ​ທີ່​ອັນຕະລາຍນາບ​ຂູ່​ເຖິງ​ພື້ນຖານ​ສັນຕິພາບ​​ໃນ​ພາກ​ພື້ນ. ​ເວັບ​ໄຊ Uriminzokkori ​ຂອງ​ສຳນັກ​ຂ່າວສານ KCN ຂອງ ສປປ.​ເກົາຫຼີ  ​ແຈ້ງ​ໃຫ້​ຮູ້​ວ່າ: ການ​ຊ້ອມ​ຮົ​ບ​ໄດ້​ດຳ​ເນີນຢູ່​ລຽບ​ຕາມ​ເຂດປອດການ​ທະ​ຫານ​ລະຫວ່າງ ສ​.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ​ໃນ​ວັນ​ທີ 18/08 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ ປືນ​ໃຫຍ່ 300 ກະບອກ ທີ່ຂຶ້ນ​ກັບ 49 ກອງພັນ​​ທະຫານ​ປືນ​ໃຫຍ່ ສ​.​ເກົາຫຼີ ​ແມ່ນສິ່ງ​ທ້າ​ທາຍ​ທີ່​ ບໍ່​ສາມາດຍອມຮັບ​ໄດ້ສຳລັບ ພຽງ​ຢາງ.

ຂ່າວ/ບົດ​ອື່ນ