ສປປເກົາຫຼີກ່າວປະນາມມະຕິລົງໂທດໃໝ່ຂອງສະຫະປະຊາຊາດ

ສປປເກົາຫຼີກ່າວປະນາມມະຕິລົງໂທດໃໝ່ຂອງສະຫະປະຊາຊາດ - ảnh 1
(ພາບປະກອບ)

(vovworld) – ​    ວັນ​ທີ 04/03, ສປປ​.​ເກົາຫຼີ ກ່າວ​ປະນາມ​ມະຕິ​ໃໝ່​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ​ເປັນ​ຢ່າງ​ແຮງ. ຕາມ​ຖະ​ແຫຼ​ງການ​ທີ່​ຖືກຍົກ​ອອກ​ມາ, ສປປ​.​ເກົາຫຼີ ຖື​ບັນດາ​ມະຕິ​ໃໝ່​ຂອງສະຫະ​ປະຊາ​ຊາດ​ແມ່ນ “ການ​ກະທຳອາດຊະຍາ​ກຳ​ສາກົນ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ ​ແນ​ໃສ່​ປາບ​ປາມ​​ປະ​ເທດ​ທີ່ມີ​ອະທິປະ​ໄຕ ​ແລະ ປ້ອງ​ກັນ​ໃຫ້ຕົກ​ຢູ່ໂດດດ່ຽວ”. ຍ້ອນ​ເຫດ​ນັ້ນ, ສປປ​.​ເກົາຫຼີ ຄັດຄ້ານ​ມະຕິ​ນີ້​ຢ່າງ​​ແຮງ ​ແລະ ຈະ​ປຸກລະດົມ “ທຸກພາຫະນະ ​ແລະ ວິທີ​ການ” ​ເພື່ອ​ປະຕິບັດ​ບັນດາ​ການ​ກະທຳ “​ຢ່າງແຮງ ​​ໂດຍບໍ່​ເສຍດາຍ” ​ແນ​ໃສ່ຕ້ານ​ຄືນ​ບັນດາ​ມາດ​ຕະການ​ລົງ​ໂທດ​ນີ້. ບັນດາ​ຖະ​ແຫຼງການ​ນີ້​ໂດຍ ສປປ​.​ເກົາຫຼີ ຍົກ​ອອກ​ມາໃນສະພາບ​ການ​ວັນ​ທີ 02/03 ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຮັບຮອງ​ເອົາ​ມະຕິ​ໃໝ່​ຈັດ​ວາງ​ມາດ​ຕະການຂວ້ຳ​ບາດ​ຫລາຍ​ຢ່າງຕ້ານ ພຽງ​ຢາງ ຍ້ອນຫວ່າງ​ແລ້ວ​ນີ້ ສປປ​.​ເກົາຫຼີ ​ໄດ້​ດຳ​ເນີນ​ບັນດາ​ເຫດ​ທົດ​ລອງ​ນິວ​ເຄຼຍ ​ແລະ ຍິງ​ລູກ​ສອນ​ໄພ​ໄລຍະ​ໄກ​ນຳດາວ​ທຽມ​ຂຶ້ນວົງ​ໂຄຈອນ.

 

ຂ່າວ/ບົດ​ອື່ນ