ສປປ.ເກົາຫຼີກ່າວເຕືອນໄພສູ້ຢັນກັນໃນແຫຼມເກົາຫຼີພາຍຫຼັງ Olympic ລະດູໜາວ Pyeongchang 2018

(VOVWORLD) -ວັນທີ 06 ກຸມພາ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ຍົກອອກຄຳກ່າວເຕືອນວ່າ “ຖ້າຫາກອາເມລິກາ ແລະ ສ.ເກົາຫຼີ ເຊື່ອມຕໍ່ບັນດາການຊ້ອມຮົບຮ່ວມທາງທະຫານທີ່ມີຂອບຂະໜາດໃຫຍ່ຄືນໃໝ່ນັ້ນ ສະພາບການໃນແຫຼມເກົາຫຼີ ພັດຈະຖືກຍູ້ໃຫ້ກັບຄືນສູ່ໄລຍະມືດມົວຂອງໄພພິບັດ ແລະ ບັນດາຜູ້ເກາະຜິດຈະຕ້ອງຮັບຜິດຊ້ອບທັງໝົດ”.
ສປປ.ເກົາຫຼີກ່າວເຕືອນໄພສູ້ຢັນກັນໃນແຫຼມເກົາຫຼີພາຍຫຼັງ Olympic ລະດູໜາວ Pyeongchang 2018 - ảnh 1(ພາບປະກອບ: TTXVN)

ບົດຂຽນຂອງ KCNA ຖືວ່າ, ນັບທັງກ່ອນການດຳເນີນ Olympic ລະດູໜາວ Pyeongchang 2018 ເຊິ່ງຈະເລີ່ມຕົ້ນໃນວັນທີ 09 ກຸມພາ ທີ່ຈະມາເຖິງຢູ່ສ.ເກົາຫຼີ, ໃນພາກພື້ນ ແລະ ໃນໂລກໄດ້ປະກົດມີບັນດາຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ແຫຼມເກົາຫຼີ ນັບມື້ນັບຫຼາຍຂຶ້ນ ພາຍຫຼັງເຫດການກິລາທົ່ວໂລກນີ້, ໝາຍຄວາມວ່າ ອາເມລິກາ ເຄີຍຖະແຫຼງວ່າ ຈະເຊື່ອມຕໍ່ບັນດາການຊ້ອມຮົບດ້ານການທະຫານຮ່ວມກັບສ.ເກົາຫຼີ ພາຍຫຼັງສິ້ນສຸດ Olympic ລະດູໜາວ Pyeongchang 2018. KCNA ຊີ້ແຈ້ງວ່າ, ການກະທຳດ້ານການທະຫານນີ້ເພື່ອແນໃສ່ເຮັດໃຫ້ບັນຍາກາດການປັບປຸງການພົວພັນລະຫວ່າງສປປ.ເກົາຫຼີ ແລະ ສ.ເກົາຫຼີ ເຢັນຊາ ເຊິ່ງບັນດາຝ່າຍຍາກທີ່ຈະສ້າງໄດ້, ກໍຄືຕ່າວປີ້ນກັບທ່າອ່ຽງພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ