ສປປ.ເກົາຫຼີຍິງລູກສອນໄຟໄລຍະສັ້ນ3ລູກໃສ່ເຂດທະເລທາງທິດຕາເວັນອອກ

ສປປ.ເກົາຫຼີຍິງລູກສອນໄຟໄລຍະສັ້ນ3ລູກໃສ່ເຂດທະເລທາງທິດຕາເວັນອອກ - ảnh 1
(ພາບປະກອບ: chosun.com)

​(vovworld) - ສະພາ​ເສນາ​ທິການ​ທະຫານ​ປະສົມ​ສ.​ເກົາຫຼີ (JCS) ​ໃຫ້​ຮູ້​ວ່າ, ວັນ​ທີ 14/06, ສປປ.​ເກົາຫຼີ ​ໄດ້ຍິງ​ລູກ​ສອນ​ໄຟ​ໄລຍະ​ສັ້ນ 3 ​ລູກ (KN-01) ​ໃສ່ເ​ຂ​ດທະ​​ເລ​ທາງທິດຕາ​ເວັນ​ອອກ, ​ໂດ​ຍມຸ່ງ​ໄປ​ສູ່​​ທິດ​ເກາະ Mayang. ນາຍ​ທະຫານ​ຂອງ JCS ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ, ການ​ກະທຳ​ດັ່ງກ່າວ​ໄດ້​ຮັບ​ຖື​ວ່າ​ແມ່ນ​ບັນດາ​ການ​ຍິງ​ທົດ​ລອງ​ເພີ່ມ​​ເຕີ່ມສຳລັບລູກ​ສອນ​ໄຟ​ຕ້ານ​ກຳ່ປັ່ນ ພາຍຫຼັງ​ການ​ຍິງ​ທົ​ດລ​ອງ 2 ຄັ້ງ​ເຊັ່ນ​ດຽວ​ກັນ​ໄດ້​ດຳ​ເນີນ​​ເມື່ອ​ເດືອນ 02 ​ແລະ 05, ພ້ອມ​ທັງ​ໃຫ້​ຮູ້​ວ່າ,  ບັນດາ​ລູກ​ສອນ​ໄຟ​ຕິດ​ປິກສາມາດ​ບິນ​ໄດ້​ໄລຍະ​ປະມານ 100 ກມ. ​ໃນ​ຖະ​ແຫຼ​ງການສະບັບ​ໜຶ່ງ, JCS ຊີ້​ແຈ້​ງວ່າ, ກອງທັບ​ສ.​ເກົາຫຼີ ພວມ​ຕິດຕາມ​ທຸກ​ການ​ກະທຳ​ຂອງ​ສປປ.​ເກົາຫຼີ ຢ່າງ​ໃກ້ຊິດ ​ແລະ ຍັງ​ຮັກສາ​ທ່າ​ກຽມພ້​ອມ​ສູ້​ຮົບ​ຢ່າງ​ສູງ​ສຸດ. ຝ່າ​ຍສປປ.​ເກົາຫຼີ ຍັງບໍ່​ທັນ​ມີ​ຄຳວິຈານ​ໃດໆ​ກ່ຽວ​ກັບ​ຂໍ້​ມູນດັ່ງກ່າວ​ຂອງ​ສ.​ເກົາຫຼີ.

      ​ໃນ​ຂະ​ນະ​ນັ້ນ, ວັນ​ທີ 15/06, ສຳນັກ​ຂ່າວສານ​ສູນ​ກາງ​ສປປ.​ເກົາຫຼີ​ ໃຫ້​ຂ່າວ​ວ່າ: ຫວ່າງ​ມໍ່ໆມາ​ນີ້, ການ​ນຳ​ປະ​ເທດ​ນີ້ໄດ້​ຕິດຕາມ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຕ້ານ​ກໍາ​ປັ່ນ​ຊະ​ນິດ​ໃໝ່, ​ແຕ່​ວ່າ, ຈຸດ​ເວລາ​ກໍ​ຄື​ສະຖານ​ທິ່ດຳ​ເນີນ​ການ​ຍິງ​ທົ​ດລ​ອງພັດບໍ​່ໄດ້ຮັບ​ການ​ເຕື້ອງ​ເຖິງ.

ຂ່າວ/ບົດ​ອື່ນ