ສ​ປ​ປ.ເກົາຫຼີ​ຕ​ີ​ລາ​ຄາ​ ອາ​ເມ​ລິ​ກາ​ວ່າ ບໍ່​ປະ​ລະ​ນະ​ໂຍ​ບາຍ​ເປັນ​ປ​ໍ​ລະ​ປັກ, ຕ້ານ​ປະ​ເທດນີ້

(VOVWORLD) -ວັນທີ 30 ມີນາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຕຳໜິຕິຕຽນນະໂຍບາຍຂອງ ອາເມລິກາສຳລັບປະເທດນີ້, ຢັ້ງຢືນວ່າ ຫວໍຊິງຕັນ ບໍ່ມີເວລາໃດຈະປະລະນະໂຍບາຍເປັນປໍລະປັກ ນັບທັງຂະນະທີ່ການນຳສອງປະເທດມີ “ການພົວພັນພິເສດ”. 
ສ​ປ​ປ.ເກົາຫຼີ​ຕ​ີ​ລາ​ຄາ​ ອາ​ເມ​ລິ​ກາ​ວ່າ ບໍ່​ປະ​ລະ​ນະ​ໂຍ​ບາຍ​ເປັນ​ປ​ໍ​ລະ​ປັກ, ຕ້ານ​ປະ​ເທດນີ້ - ảnh 1ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ (ພາບ:  THX/TTXVN) 

ຕາມຫົວໜ້າຄະນະເຈລະຈາໃຫມ່ຂອງ ສປປ.ເກົາຫຼີແລ້ວ, ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາພວມເຮັດໃຫ້ສປປ.ເກົາຫຼີປ່ຽນແປງເຈດຈຳນົງກັບຄືນສູ່ໂຕະເຈລະຈາກັບອາເມລິກາ. ທ່ານນີ້ກໍ່ຕຳໜິຕິຕຽນທ່ານ Pompeo ວ່າ ດ້ານໜຶ່ງສືບຕໍ່ຊອກຫາກຳລັງດັນສາກົນຕໍ່ພຽງຢາງ, ໃນຂະນະທີ່ຍັງຄົງສືບຕໍ່ຮຽກຮ້ອງໃຫ້ເຊື່ອມຕໍ່ການເຈລະຈາລະຫວ່າງສອງປະເທດ, ທ່ານກໍ່ຢັ້ງຢືນວ່າ ພຽງຢາງຈະເລືອກເອົາ “ເສັ້ນທາງສະເພາະ” ໃນສະພາບການບັນດາການເຈລະຈາກ່ຽວກັບໂຄງການນິວເຄຼຍຕົກເຂົ້າສູ່ສະພາບຈົນຕາແຈ ແລະ ກ່າວເຕືອນວ່າ ອາເມລິກາບໍ່ຄວນມີການກະທຳ ເກາະຜິດກັບສປປ.ເກົາຫຼີ ເພື່ອຫຼີກລ້ຽງບັນດາຜົນຮ້າຍຢ້ອນຫຼັງທີ່ເປັນທີ່ເປັນໜ້າເສຍດາຍ.

ຕອບກັບ

ຂ່າວ/ບົດ​ອື່ນ