ສປປເກົາຫຼີຕຳນິຕິຕຽນອາເມລິກາ ຈັດສົ່ງກຳປັ່ນເດີ່ນບິນ Nimitz ເຂົ້າຮ່ວມການຊ້ອມຮົບກັບສເກົາຫຼີ

ສປປເກົາຫຼີຕຳນິຕິຕຽນອາເມລິກາ ຈັດສົ່ງກຳປັ່ນເດີ່ນບິນ Nimitz ເຂົ້າຮ່ວມການຊ້ອມຮົບກັບສເກົາຫຼີ - ảnh 1

(ພາບ: AFP)

(vovworld)- ​​ຄະນະ​ກຳມະການ​ສ້າງ​​ເອກະ​ພາບ​ສັນຕິພາບ​ຄືນ​ໃໝ່​​ໃນ​ແຫຼມ​ເກົາຫຼີ ​ໄດ້​ຕຳ​ນິຕິ​ຕຽນ​ເລື່ອງ​ອາ​ເມ​ລິ​ກາ ​ຈັດສົ່ງກຳ​ປັ່ນເດີ່ນ​ບິນ USS Nimitz ​ໄປສ​ເກົາຫຼີ ​ເພື່ອ​ເຂົ້າຮ່ວມການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ສອງ​ປະ​ເທດ ​ແມ່ນ “ການ​ກະທະ​ເກາະ​ຜິດ“ ​ແລະ ​ແມ່ນກົນອຸ​ບາຍ​ຕ້ານ​ປະ​ເທດ​ນີ້​ຄືນ​ໃໝ່. ວັນ​ທີ 11/5, ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາ​ຫຼີ (KCNA) ​ໄດ້​ຄັດ​ສະ​ເໜີ​ຄຳ​ປະກາດ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ ​ໂດຍ​ຊີ້​ແຈ້ງວ່າ: ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ທະຫານ​ເຮືອ​ອາ​ເມ​ລິ​ກາ-ສ​ເກົາຫຼີ ກ່ຽວຂ້ອງ​ເຖິງ​ບັນດາ​ອາວຸດ​ທັນ​ສະ​ໄໝ​ທີ່​ສຸດ, ​ໃນ​ນັ້ນມີກຳ​ປັ່ນ​ເດີ່ນ​ບິນ​ແລ່ນ​ດ້ວຍ​ພະລັງງານ​ນິວ​ເຄຼຍ USS Nimitz, ​ແມ່ນ​ການ​ກະທຳ​ນາບ​ຂູ່​ຕ້ານ ສປປ​ເກົາຫຼີ ພ້ອມ​ທັງ​ສະ​ແດງໃຫ້​ເຫັນ​ວ່າກົນອຸ​ບາຍຮຸກ​ຮານ​ພຽງ​ຢາງ ນັບ​ມື້​ນັບ​ຮ້າຍ​ແຮງ. ຄະນະ​ກຳມະການ​ດັ່ງກ່າວ​ເນັ້ນໜັກ​ວ່າ: ການ​ມີໜ້າ​ຂອງກຳ​ປັ່ນເດີ່ນ​ບິນ USS Nimitz ​ຢູ່​ທ່າ​ກຳ​ປັ່ນ Busan ຂອງ​ສ​ເກົາຫຼີ ​ແມ່ນ “​ໄພ​ນາບ​ຂູ່​ໃນ​ປະຈຸ​ບັນ“ ສຳລັບສປປ​ເກົາຫຼີ.

 

 

 

ຂ່າວ/ບົດ​ອື່ນ