ສປປ.ເກົາຫຼີຕຳໜິຕິຕຽນເລື່ອງຕໍ່ກຳນົດເວລາຂໍ້ຕົກລົງລະຫວ່າງອາເມລິກາ-ຍີ່ປຸ່ນ

(VOVWORLD) -ຄະນະກຳມະການສັນຕິພາບອາຊີ - ປາຊີຟິກ ຂຶ້ນກັບພັກແຮງງານກຳອຳນາດຢູ່ສປປ.ເກົາຫຼີ ໄດ້ປະກາດປື້ມປົກຂາວມີຊື່ວ່າ “ເປີດເຜີຍການກະທຳປິດລັບທີ່ມືດມົວຂອງອາເມລິກາ ແລະ ຍີ່ປຸ່ນ ໃນການຕໍ່ກຳນົດເວລາຂໍ້ຕົກລົງນິວເຄຼຍ”

ສປປ.ເກົາຫຼີຕຳໜິຕິຕຽນເລື່ອງຕໍ່ກຳນົດເວລາຂໍ້ຕົກລົງລະຫວ່າງອາເມລິກາ-ຍີ່ປຸ່ນ - ảnh 1 ຈຳນວນ plutoni 47 ໂຕນນັ້ນ, ຍີ່ປຸ່ນ ສາມາດຜະລິດອອກລະເບີດປະລະມານູປະມານ 7.800 ລູກ

(ພາບປະກອບ:  Nikkei Asean Review)

ໃນນັ້ນໄດ້ຕຳໜິຕິຕຽນຂໍ້ຕົກລົງດັ່ງກ່າວ, ພ້ອມທັງຖືວ່າ ອາເມລິກາ ພວມສະສົມ plutoni ຈຳນວນຫຼາຍເພື່ອເດີນຕາມການຜະລິດອາວຸດນິວເຄຼຍ.

        ເອກະສານດັ່ງກ່າວໄດ້ລົງໃນໜັງສືພິມ Rodong Sinmun, ເຊິ່ງເປັນໜັງສືພິມຂອງພັກແຮງງານສປປ.ເກົາຫຼີ ສະບັບອອກວັນທີ 05 ສິງຫາ. ຄະນະກຳມະການສັນຕິພາບອາຊີ - ປາຊີຟິກ ໃຫ້ຮູ້ວ່າ, ນັບແຕ່ປີ 1988 - ເຊິ່ງເປັນຈຸດເວລາທີ່ອາເມລິກາ ແລະ ຍີ່ປຸ່ນ ລົງນາມໃນຂໍ້ຕົກລົງດ້ານນິວເຄຼຍ ມາຮອດປະຈຸບັນ, ຍີ່ປຸ່ນ ສະສົມ plutoni ໄດ້ 518 ໂຕນ ແລະ ນຳໃຊ້ 47 ໂຕນ. ຕາມຄະນະກຳມະການດັ່ງກ່າວແລ້ວ, ດ້ວຍຈຳນວນ plutoni 47 ໂຕນນັ້ນ, ຍີ່ປຸ່ນ ສາມາດຜະລິດອອກລະເບີດປະລະມານູປະມານ 7.800 ລູກ ເຊິ່ງເປັນປະເທດທີ່ຄ້າຍຄືກັບຂອງອາເມລິກາ ຖີ້ມໃສ່ນະຄອນ Nagasaki ຂອງຍີ່ປຸ່ນ ເມື່ອປີ 1945.

ຕອບກັບ

ຂ່າວ/ບົດ​ອື່ນ