ສປປ.ເກົາຫຼີຖະແຫຼງຍົກເລີກການເຈລະຈາຂັ້ນສູງກັບສ.ເກົາຫຼີຍ້ອນການຊ້ອມຮົບຮ່ວມອາເມລິກາ-ສ.ເກົາຫຼີ

(VOVWORLD) -ວັນທີ 16 ພຶດສະພາ, ສປປ.ເກົາຫຼີ ໃຫ້ຮູ້ວ່າ ຈະຍົກເລີກການເຈລະຈາຂັ້ນສູງກັບສ.ເກົາຫຼີ ເຊິ່ງຄາດວ່າຈະດຳເນີນໃນວັນດຽວກັນ, ຍ້ອນບັນດາການຊ້ອມຮົບຮ່ວມພວມດຳເນີນລະຫວ່າງສ.ເກົາຫຼີ ແລະ ອາເມລິກາ.

ສປປ.ເກົາຫຼີຖະແຫຼງຍົກເລີກການເຈລະຈາຂັ້ນສູງກັບສ.ເກົາຫຼີຍ້ອນການຊ້ອມຮົບຮ່ວມອາເມລິກາ-ສ.ເກົາຫຼີ - ảnh 1ປະທານາທິບໍດີສ.ເກົາຫຼີ ແລະ ການນຳສປປ.ເກົາຫຼີ

(ພາບປະກອບ: Yonhap)

ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ຖະແຫຼງວ່າ ການຊ້ອມຮົບ Max Thunder ລະຫວ່າງບັນດາກຳລັງກອງທັບອາກາດສ.ເກົາຫຼີ ແລະ ອາເມລິກາ ແມ່ນການຝືກຊ້ອມໃຫ້ແກ່ການຮຸກຮານສປປ.ເກົາຫຼີ ແລະ ແມ່ນການກະທຳເກາະຜິດໃນຂະນະທີ່ການພົວພັນລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ພວມມີສັນຍານດີຂຶ້ນ.

      ການເຈລະຈາຂັ້ນສຸດຍອດດັ່ງກ່າວຄາດວ່າຈະດຳເນີນໃນວັນທີ 16 ພຶດສະພາ ຢູ່ຫໍສັນຕິພາບ (ນອນໃນດິນແດນສ.ເກົາຫຼີ) ຢູ່ບ້ານຢຸດຮົບ Panmunjom, ແນໃສ່ປຶກສາຫາລືບັນດາມາດຕະການຜັນຂະຫຍາຍ “ຖະແຫຼງການຮ່ວມ Panmunjom” ເພື່ອສັນຕິພາບ, ເອກະພາບ ແລະ ຄວາມວັດທະນາຖາວອນໃນແຫຼມເກົາຫຼີ.

      ວັນທີ 11 ພຶດສະພາ, ການຊ້ອມຮົບ Max Thunder ຂອງສ.ເກົາຫຼີ ແລະ ອາເມລິກາ ເລີ່ມຕົ້ນດ້ວຍການເຂົ້າຮ່ວມຂອງເຮືອບິນ 100 ລ້ຳ. ການຊ້ອມຮົບປະຈຳປີນັບແຕ່ປີ 2009 ມານີ້ຖືກດຳເນີນໃນສະພາບທີ່ອາເມລິກາ ແລະ ສປປ.ເກົາຫຼີ ກະກຽມດຳເນີນການພົບປະຂັ້ນສຸດຍອດຢູ່ສິງກະໂປ ໃນວັນທີ 12 ມິຖຸນາ ຈະມາເຖິງ ດ້ວຍເນື້ອໃນຕົ້ນຕໍແມ່ນບັນຫາປອດນິວເຄຼຍໃນແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ