ສປປ.ເກົາຫຼີຖະແຫຼງບໍ່ກັບຄືນສູ່ບັນດາການເຈລະຈາ 6 ຝ່າຍ

(VOVWORLD) -ພຽງຢາງ ຈະບໍ່ກັບຄືນສູ່ບັນດາການເຈລະຈາຫຼາຍຝ່າຍ ຮອດເວລາທີ່ປະເທດນີ້ແກ້ໄຂບັນດາບັນຫາກັບອາເມລິກາ.

ສປປ.ເກົາຫຼີຖະແຫຼງບໍ່ກັບຄືນສູ່ບັນດາການເຈລະຈາ 6 ຝ່າຍ - ảnh 1 ທ່ານນາງຫົວໜ້າກົມອາເມລິກາເໜືອ ຂອງກະຊວງການຕ່າງປະເທດສປປ.ເກົາຫຼີ Choe Son hui

(ພາບ: Guardian/TTXVN)

ຄຳຖະແຫຼງດັ່ງກ່າວເຊິ່ງທ່ານນາງຫົວໜ້າກົມອາເມລິກາເໜືອ ຂອງກະຊວງການຕ່າງປະເທດສປປ.ເກົາຫຼີ Choe Son hui ຍົກອອກມາໃນເວລາປະຊຸມທີ່ເວທີປາໄສສາກົນກ່ຽວກັບການຫຼຸດຜ່ອນອາວຸດນິວເຄຼຍ ເຊິ່ງຖືກດຳເນີນຢູ່ມົດສະກູ, ປະເທດລັດເຊຍ ໃນວັນທີ 21 ຕຸລາ. ທ່ານນາງ Choe Son hui ໄດ້ກ່າວປະນາມວິກິດການໃນປະຈຸບັນຢູ່ແຫຼມເກົາຫຼີ ແມ່ນຍ້ອນນະໂຍບາຍເປັນປໍລະປັດຂອງອາເມລິກາ ສຳລັບພຽງຢາງ, ພ້ອມທັງຢືນຢັນວ່າ, ປະເທດນີ້ຈະບໍ່ກັບຄືນສູ່ບໍ່ວ່າການເຈະລາຫຼາຍຝ່າຍໃດໆ, ໃນນັ້ນມີບັນດາການເຈລະຈາ 6 ຝ່າຍ, ຮອດຍາມໃດປະເທດນີ້ແກ້ໄຂໄດ້ບັນດາບັນຫາກັບອາເມລິກາ. ພ້ອມກັນນັ້ນ, ເຈົ້າໜ້າທີ່ສປປ.ເກົາຫຼີ ຖະແຫຼງວ່າ, ພຽງຢາງ ຈະສືບຕໍ່ພັດທະນາໂຄງການນິວເຄຼຍ ຖ້າຫາກອາເມລິກາ ບໍ່ປະລະນະໂຍບາຍເປັນປໍລະປັກກັບສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ