ສປປ.ເກົາຫຼີຖະແຫຼງສືບຕໍ່ປະຕິບັດນະໂຍບາຍເພີ່ມທະວີກຳລັງຄວາມສາມາດດ້ານນິວເຄຼຍ

ສປປ.ເກົາຫຼີຖະແຫຼງສືບຕໍ່ປະຕິບັດນະໂຍບາຍເພີ່ມທະວີກຳລັງຄວາມສາມາດດ້ານນິວເຄຼຍ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​ຕາມ​ສຳ​ນັກ​ຂ່າວ​ສານ​ສູນ​ກາງ​ສ​ປ​ປ.ເກົາ​ຫຼີ (KCNA) ແລ້ວ, ວັນ​ທີ 11/09, ພຽງ​ຢາງ ໄດ້​ຮຽກ​ຮ້ອງ​ໃຫ້ ວໍ​ຊິ​ຕັນ ຮັບ​​ຮອງ​ສ​ປ​ປ.ເກົາ​ຫຼີ ແມ່ນ​ “ປະ​ເທດ​​ແຫ່ງກຳ​ມະ​ສິດ​ອາ​ວຸດ​ນິວ​ເຄຼຍ”. KCNA ໄດ້​ຄັດ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ​ປ​ປ.ເກ​ົາ​ຫຼີີ ໂດຍ​ຖື​ວ່າ ທ່ານ​ປະ​ທາ​ນາ​ທິບ​ໍ​ດີ​ອາ​ເມ​ລິ​ກາ Barack Obama ພ​ວ​ມ​ພະ​ຍາ​ຍາມ​ປະ​ຕິ​ເສດ​ທີ່​ຕັ້ງ​ຍຸດ​ທະ​ສາດ​ຂອງ​ສ​ປ​ປ.ເກົາ​ຫຼີ ດ້ວ​ຍ​ຖາ​ນະແມ່ນ​ປະ​ເທດແຫ່ງ​ກຳ​ມະ​ສິດ​ອາ​ວຸດ​ນິວ​ເຄຼຍ​ຖືກ​​ຕ້ອງຕາມ​ກົດ​ໝາຍ. ນອກນັ້ນ, ສ​ປ​ປ.ເກົາ​ຫຼີ ກໍ​ຕຳ​ນິ​ຕິ​ຕຽນ​ທ່ານ Obama ໄດ້​ຊອກ​ຫ​າວິ​ທີ​ຊຸກ​ຍູ້​​ມາດ​ຕະການ​ລົງ​ໂທດ​ ພາຍ​ຫຼັງ​ພຽງ​ຢາງ ດຳ​ເນີນ​ການ​ທົ​ດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 5, ພ້ອມ​ທັງ​ຖະ​ແຫຼງວ່າ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ດ້ານ​ນິວ​ເຄຼຍຂອງ​ຕົນ.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ຕາມ​ສຳ​ນັກ​ຂ່າວ​ສານ​ລັດ​ເຊຍ TASS ແລ້ວ, ສະ​ພາ​ສ້າງ​ຕັ້ງ​​ປະ​ເທດ​ສ​ປ​ປ.ເກົາ​ຫຼີ ​ແຫ່ງ​ຊາດ​ຄືນ​ໃໝ່(NRC) ໄດ້​ຕຳ​ນິ​ຕິ​ຕຽນຢ່າງ​ແຮງ​ບັນ​ດາ​ການ​ຕີ​ລາ​ຄາ​ດ້ານຫຍ​ໍ້​ທໍ້​ຂອງ​ທ່ານ​ນາງ​ປະ​ທາ​ນາ​ທິບ​ໍ​ດີ​ສ.ເກົາ​ຫຼີ Park Gyun hye ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ແຫຼມ​ເກົາ​ຫຼີ. ໃນ​ແຈ້ງ​​ການຂອງ  NRC ຊີ້​ແຈ້ງວ່າ ສ​ປ​ປ.ເກົາ​ຫຼີ ຈະ​ສືບ​ຕໍ່​​ປະ​ຕິ​ບັດນະ​ໂຍ​ບາຍ​ທັງ​ພັດ​ທະ​ນາ​ເສດ​ຖະ​ກິດ, ທັງ​ເພີ່ມ​ທະ​ວິ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ນິວ​ເຄຼຍ.

        ໃນ​ຂະ​ນະ​ນັ້ນ, ​ວັນ​ທີ 11/09, ທ່ານຫົວ​ໜ້າ​ກົມ​ບັນ​ດາ​ບັນ​ຫາ​ນິວ​ເຄຼຍ​ຂອງ​ສ​ປ​ປ.ເກົາ​ຫຼີ ສັງ​ກັດ​ກະ​ຊວງ​ຕ່າງ​ປະ​ເທດ​ສ​.ເກົາ​ຫຼີ Kim Geon ໃຫ້​ຮູ້​ວ່າ ​ເຊ​ອູນຈະຊຸກ​ຍູ້​ສະ​ພາ​ຄວາມ​​ໝັ້ນຄົງ​ສະ​ຫະ​ປະ​ຊາ​ຊາດ ຍົກ​ອອກ​ບັນ​ດາ​ມາດ​ຕະ​ກາ​ນ​ລົງ​ໂທດ​ໃໝ່ ຕ​້ານ​ສ​ປ​ປ.ເກົາ​ຫຼີ.

ຂ່າວ/ບົດ​ອື່ນ