ສ​ປ​ປ.ເກົາຫຼີ​​ຖະ​ແຫຼງເປີດກວ້າງ​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ ຢ່າງ​ຮອບ​ດ້ານ ກັບ ສ.ເກົາຫຼີ

(VOVWORLD) -ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ KCNA ໄດ້ຄັດສະເໜີຄຳເວົ້າຂອງທ່ານປະທານ Kim Jong-un ທີ່ໄດ້ປະກາດແນວທາງນະໂຍບາຍການຕ່າງປະເທດດ້ວຍສາຍເຫດທີ່ວ່າ “ສະພາບການລວມ ແລະ ຍຸກສະໄໝໄດ້ປ່ຽນແປງແລ້ວ”.
ສ​ປ​ປ.ເກົາຫຼີ​​ຖະ​ແຫຼງເປີດກວ້າງ​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ ຢ່າງ​ຮອບ​ດ້ານ ກັບ ສ.ເກົາຫຼີ - ảnh 1ການນຳ ສປປ.ເກົາຫຼີ Kim Jong-un (ພາບ: KCNA)

ວັນທີ 8 ທັນວາ, ໃນວາລະປະຊຸມວັນທີ 3 ຂອງ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກແຮງງານສປປ.ເກົາຫຼີ, ການນຳ ສປປ.ເກົາຫຼີ Kim Jong-un ໄດ້ຖະແຫຼງວ່າ ຈະພິຈາລະນາການພົວພັນລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີຄືນໃໝ່ ແລະ ເປີດກ້ວາງການພົວພັນການຕ່າງປະເທດ ຢ່າງຮອບດ້ານ. ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ KCNA ໄດ້ຄັດສະເໜີຄຳເວົ້າຂອງທ່ານປະທານ Kim Jong-un ທີ່ໄດ້ປະກາດແນວທາງນະໂຍບາຍການຕ່າງປະເທດດ້ວຍສາຍເຫດທີ່ວ່າ “ສະພາບການລວມ ແລະ ຍຸກສະໄໝໄດ້ປ່ຽນແປງແລ້ວ”. ເຖິງຢ່າງໃດກໍ່ຕາມ, KCNA ບໍ່ເວົ້າຢ່າງຈະແຈ້ງຕໍ່ ການເປີດກວ້າງການພົວພັນການຕ່າງປະເທດນີ້ຈະ ມີຄວາມໝາຍຄ້າຍຄືກັນກັບການປັບປຸງການພົວພັນກັບ ສ.ເກົາຫຼີ ຫຼື ອາເມລິກາຫຼືບໍ່. ປີກາຍນີ້, ການພົວພັນລະຫວ່າງສອງຝ່າຍຍິ່ງເຢັນຊາຂຶ້ນຕື່ມ ເມື່ອ ສປປ.ເກົາຫຼີ ໄດ້ທຳລາຍຫ້ອງການຕິດຕໍ່ພົວພັນລວມລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ ແລະ ເຫດການເຈົ້າໜ້າທີ່ການປະມົງຂອງ ສ.ເກົາຫຼີທ່ານໜຶ່ງ ຖືກຍິງຕາຍ ຢູ່ໃກ້ກັບເຂດຊາຍແດນທາງທະເລ ໃນເດືອນກັນຍາ 2020.

ຕອບກັບ

ຂ່າວ/ບົດ​ອື່ນ